ອີ​ຢູ ຊ່ວຍ​ເຫຼືອ​ມະ​ນຸ​ດສະ​ທຳ 118 ລ້ານ ເອີ​ໂຣ ໃຫ້​ອຳ​ນາດ​ການ​ປົກ​ຄອງ ປາ​ແລັດ​ສະ​ຕິນ

(VOVWORLD) - ວັນທີ 22 ທັນວາ, ຄະນະກຳມະການ ເອີລົບ (EC) ໄດ້ປະກາດວ່າ EC ໄດ້ຮັບຮອງເອົາບ້ວງເງິນຊ່ວຍເຫຼືອມະນຸດສະທຳທີ່ມີມູນຄ່າ 118 ລ້ານ ເອີໂຣ ໃຫ້ອຳນາດການປົກຄອງ ປາແລັດສະຕິນ (PA).
ອີ​ຢູ ຊ່ວຍ​ເຫຼືອ​ມະ​ນຸ​ດສະ​ທຳ 118 ລ້ານ ເອີ​ໂຣ ໃຫ້​ອຳ​ນາດ​ການ​ປົກ​ຄອງ ປາ​ແລັດ​ສະ​ຕິນ - ảnh 1

(ພາບ: THX/TTXVN)

      ຕາມ EC ແລ້ວ, ບ້ວງເງິນຊ່ວຍເຫຼືອມະນຸດສະທຳນີ້ ຈະຊ່ວຍໃຫ້ອຳນາດການປົກຄອງ ປາແລັດສະຕິນ (PA) ໃຊ້ເພື່ອຈ່າຍເງິນເດືອນ ແລະ ເງິນເບ້ຍບຳນານໃຫ້ລັດຖະກອນ ຢູ່ເຂດຝັ່ງຕາເວັນຕົກແມ່ນຳ້ ຈໍແດນ, ເງິນອຸດໜູນສັງຄົມ ໃຫ້ແກ່ບັນດາຄອບຄົວໄດ້ຮັບຄວາມສ່ຽງສູງກ່ວາເພີ່ນ ແລະ ສະໜອງຄ່າໃຊ້ຈາຍໃຫ້ແກ່ບັນດາໂຮງໝໍຢູ່ ເຢຣູຊາແລັມ ຕາເວັນອອກ.

     ໃນຖະແຫຼງການໜຶ່ງ, ທ່ານນາງ Ursula von der Leyen ປະທານ EC ຢືນຢັນວ່າ ອີຢູ ພ້ອມແລ້ວທີ່ຈະສະໜອງການອຸປະຖຳ ໃຫ້ອຳນາດການປົກຄອງ ປາແລັດສະຕິນ (PA) ໃນໄລຍະຍາວ ແລະ ເນັ້ນໜັກວ່າ EC ພວມຊັ່ງຊາຮັບຮອງເອົາບ້ວງເງິນຊ່ວຍເຫຼືອມະນຸດສະທຳ ທີ່ມີມູນຄ່າຫຼາຍກ່ວາອີກໃນປີໜ້າ ເພື່ອຊ່ວຍຮັກສາສະພາບການຢູ່ເຂດ ກາຊາ ແລະ ເຂດຝັ່ງຕາເວັນຕົກແມ່ນ້ຳ ຈໍແດນ ເປັນປົກກະຕິ ກໍ່ຄືປະກອບສ່ວນເຂົ້າໃນຄວາມມານະພະຍາຍາມສາກົນ ແນໃສ່ຟື້ນຟູມາດຕະການສອງລັດ.

ຕອບກັບ

ຂ່າວ/ບົດ​ອື່ນ