ອີ​ຢູ ຊ່ວຍ​ເຫຼືອ​ເງິນ​ຈຳ​ນວນ 1,5 ຕື້ ເອີ​ໂຣ ໃຫ້​ແກ່​ປະ​ຊາ​ຊົນ ຊີ​ຣີ ໃນ​ປີ 2022

(VOVWORLD) -ອີຢູ ຈະສະໜອງເງິນຈຳນວນ 1,56 ຕື້ ເອີໂຣ ໃຫ້ແກ່ ຊີຣີ ໃນປີໜ້າ.
ອີ​ຢູ ຊ່ວຍ​ເຫຼືອ​ເງິນ​ຈຳ​ນວນ 1,5 ຕື້ ເອີ​ໂຣ ໃຫ້​ແກ່​ປະ​ຊາ​ຊົນ ຊີ​ຣີ ໃນ​ປີ 2022 - ảnh 1ທ່ານ Josep Borrell ຜູ້ຕາງໜ້າຂັ້ນສູງກ່ຽວກັບນະໂຍບາຍຄວາມໝັ້ນຄົງ ແລະ ການຕ່າງປະເທດ ຂອງ ອີຢູ (ພາບ: THX/TTXVN)

ວັນທີ 10 ພຶດສະພາ, ສະຫະພາບເອີຣົບ (ອີຢູ) ໄດ້ແຈ້ງໃຫ້ຊາບວ່າ ຈະສະໜອງເງິນຕື່ມອີກ 1 ຕື້ ເອີໂຣ (1,1 ຕື້ USD) ໃຫ້ແກ່ຊາວລີ້ໄພ ຊີຣີ ແລະ ຜູ້ທີ່ຕ້ອງອົບພະຍົບໃນປີ 2022, ຍົກຈຳນວນເງິນຊ່ວຍເຫຼືອປະຈຳປີຂອງ ອີຢູ ໃຫ້ແກ່ປະເທດນີ້ຂຶ້ນເປັນ 1,5 ຕື້ກ່ວາ ເອີໂຣ.

ກ່າວຄຳເຫັນທີ່ກອງປະຊຸມຄັ້ງທີ 6 ບັນດານັກອຸປະຖຳໃຫ້ແກ່ ຊີຣີ ເຊິ່ງຈັດຂຶ້ນຢູ່ນະຄອນຫຼວງ ບຣຸກແຊນ, ປະເທດ ແບນຊິກ, ທ່ານ Josep Borrell ຜູ້ຕາງໜ້າຂັ້ນສູງຮັບຜິດຊອບກ່ຽວກັບນະໂຍບາຍຄວາມໝັ້ນຄົງ ແລະ ການຕ່າງປະເທດ ຂອງ ອີຢູ ໃຫ້ຮູ້ວ່າ ອີຢູ ຈະສະໜອງເງິນຈຳນວນ 1,56 ຕື້ ເອີໂຣ ໃຫ້ແກ່ ຊີຣີ ໃນປີໜ້າ. ທ່ານກໍກ່າວເຕືອນວ່າ ການປະທະກັນດ້ານການທະຫານລະຫວ່າງ ລັດເຊຍ ແລະ ຢູແກຼນ ພວມເຮັດໃຫ້ສະພາບການຂອງປະຊາຊົນຜູ້ທຸກຍາກຢູ່ ຊີຣີ ຮ້າຍແຮງຂຶ້ນຕື່ມ ຍ້ອນສະບຽງອາຫານ ແລະ ພະລັງງານຂຶ້ນລາຄາ. ທ່ານກໍຮຽກຮ້ອງໃຫ້ບັນດາປະເທດອຸປະຖຳ ເພີ່ມທະວີການໜູນຊ່ວຍຊີຣີ - ເຊິ່ງເປັນປະເທດທີ່ຖືກມ້າງທຳລາຍຍ້ອນສົງຄາມການເມືອງເກີດຂຶ້ນເປັນເວລາກວ່າ 1 ທົດສະວັດຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ