ອີຢູ ຊອກຫາມາດຕະການແກ້ໄຂວິກິດການທັນຍາຫານຢູ່ ອາຟະລິກາ; EC ສະໜອງກົດລະບຽບສະໝັກເຂົ້າເປັນສະມາຊິກໃຫ້ແກ່ ຢູແກຼນ

(VOVWORLD) -ຖ້າຫາກບັນດາປະເທດສະມາຊິກສະຫະພາບເອີລົບ (ອີຢູ) ເຫັນດີ, ຈະອະນຸຍາດໃຫ້ປ່ອຍເງິນ 633 ລ້ານ USD ເພື່ອເພີ່ມທະວີການໜູນຊ່ວຍບັນດາປະເທດຖືກຜົນສະທ້ອນຢ່າງໜັກໜ່ວງກ່ຽວກັບສະພາບທັນຍາຫານ
ອີຢູ ຊອກຫາມາດຕະການແກ້ໄຂວິກິດການທັນຍາຫານຢູ່ ອາຟະລິກາ; EC ສະໜອງກົດລະບຽບສະໝັກເຂົ້າເປັນສະມາຊິກໃຫ້ແກ່ ຢູແກຼນ - ảnh 1EC ສະເໜີປ່ອຍເງິນເພື່ອໜູນຊ່ວຍບັນດາປະເທດ ອາຟະລິກາ
(ພາບປະກອບ: AFP/TTXVN)

ວັນທີ 21 ມິຖຸນາ, ຄະນະກຳມະການ (EC) ສະເໜີປ່ອຍເງິນທີ່ບໍ່ທັນນຳໃຊ້ໃນບັນດາໂຄງການພັດທະນາຢູ່ ອາຟະລິກາ ເພື່ອໜູນຊ່ວຍບັນດາປະເທດ ອາຟະລິກາ ທີ່ຖືກຜົນສະທ້ອນຈາກວິກິດການທັນຍາຫານທົ່ວໂລກ ຍ້ອນການປະທະກັນຢູ່ ຢູແກຼນ.

        ຂໍ້ສະເໜີຂອງ EC, ຖ້າຫາກບັນດາປະເທດສະມາຊິກສະຫະພາບເອີລົບ (ອີຢູ) ເຫັນດີ, ຈະອະນຸຍາດໃຫ້ປ່ອຍເງິນ 633 ລ້ານ USD ເພື່ອເພີ່ມທະວີການໜູນຊ່ວຍບັນດາປະເທດຖືກຜົນສະທ້ອນຢ່າງໜັກໜ່ວງກ່ຽວກັບສະພາບທັນຍາຫານຢູ່ບັນດາປະເທດ ອາຟະລິກາ, ບັນດາປະເທດເກາະ Caribe ແລະ ມະຫາສະໝຸດປາຊີຟິກ.

        ແລະກໍ່ໃນວັນທີ 21 ມິຖຸນາ, ທ່ານລັດຖະມົນຕີຮັບຜິດຊອບບັນດາບັນຫາ ເອີລົບ ຂອງ ຝລັ່ງ Clement Beaune ໃຫ້ຮູ້ວ່າ, ບັນດາປະເທດສະມາຊິກ ອີຢູ ບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບເລື່ອງສະໜອງກົດລະບຽບສະໝັກເຂົ້າເປັນສະມາຊິກໃຫ້ແກ່ ຢູແກຼນ.

        ກ່ອນໜ້ານັ້ນ, ວັນທີ 17 ມິຖຸນາ, EC ສະເໜີໃຫ້ ອີຢູ ສະໜອງກົດລະບຽບສະໝັກໃຫ້ແກ່ ຢູແກຼນ ແລະ Moldova ເຂົ້າເປັນສະມາຊິກຂອງ ກຸ່ມນີ້. ຄາດວ່າ, ບັນຫາດັ່ງກ່າວຈະໄດ້ຍົກອອກມາປຶກສາຫາລືທີ່ກອງປະຊຸມສຸດຍອດ ອີຢູ ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ