ອີຢູ ຍົກເລີກການຄວບຄຸມຜັກຫອມບາງຊະນິດຂອງ ຫວຽດນາມ

(VOVWORLD) -ຕາມນັ້ນແລ້ວ, 4 ຜະລິດຕະພັນຂອງ ຫວຽດນາມ ແມ່ນ: ຜັກຊີຝລັ່ງ, ຜັກຫ້ອມປ້ອມ, ຜັກບົວລະພາ, ຜັກຫອມລາບ ບໍ່ຖືກ ອີຢູ ຈັດວາງບັນດາມາດຕະການຄວບຄຸມທາງການ ແລະ ຮີບດ່ວນອີກ
ອີຢູ ຍົກເລີກການຄວບຄຸມຜັກຫອມບາງຊະນິດຂອງ ຫວຽດນາມ - ảnh 1(ພາບປະກອບ: kinhtenongthon.vn)

        ວັນທີ 30 ມັງກອນ, ຫ້ອງການແຈ້ງການ ແລະ ສະຖານທີ່ຖາມ-ຕອບແຫ່ງຊາດກ່ຽວກັບອະນາໄມລະບາດວິທະຍາ ແລະ ກັກກັນພະຍາດພຶກສາຊາດ, ສັດ (PSP ຫວຽດນາມ), ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ, ໃຫ້ຮູ້ວ່າ: ສະຫະພາບເອີລົບ (ອີຢູ) ຫາກໍ່ປະກາດຂໍ້ກຳນົດກ່ຽວກັບເລື່ອງຈັດວາງຊົ່ວຄາວບັນດາມາດຕະການຄວບຄຸມທາງການ ແລະ ຮີບດ່ວນຂອງຜະລິດຕະພັນບາງຊະນິດທີ່ໄດ້ສົ່ງໄປ ອີຢູ ຢ່າງເປັນທາງການ. ຕາມນັ້ນແລ້ວ, 4 ຜະລິດຕະພັນຂອງ ຫວຽດນາມ ແມ່ນ: ຜັກຊີຝລັ່ງ, ຜັກຫ້ອມປ້ອມ, ຜັກບົວລະພາ, ຜັກຫອມລາບ ບໍ່ຖືກ ອີຢູ ຈັດວາງບັນດາມາດຕະການຄວບຄຸມທາງການ ແລະ ຮີບດ່ວນອີກ, ບໍ່ຖືກຄວບຄຸມຢູ່ລະດັບ 50% ເມື່ອສົ່ງໄປຕະຫຼາດ ອີຢູ.

        ໂດຍ 6 ເດືອນເທື່ອໜຶ່ງ, ລັດຖະສະພາ ເອີລົບ ແລະ ສະພາ ເອີລົບ ຈະຈັດກອງປະຊຸມເພື່ອພິຈາລະນາ, ຕີລາຄາລະດັບລະເມີດກ່ຽວກັບຄວາມປອດໄພດ້ານສະບຽງອາຫານ ແລະ ອາຫານລ້ຽງສັດຂອງບັນດາປະເທດສົ່ງອອກໄປຕະຫຼາດ ອີຢູ. ຫຼັງຈາກນັ້ນ, ອີຢູ ຈະແຈ້ງການປ່ຽນແປງໃນຂໍ້ກຳນົດກ່ຽວກັບບັນດາມາດຕະການຄວບຄຸມ.

ຕອບກັບ

ຂ່າວ/ບົດ​ອື່ນ