ອີ​ຢູ ຍັງ​ບໍ່​ທັນ​ບັນ​ລຸ​ໄດ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ກ່ຽວ​ກັບ​ການ​ລົງ​ໂທດ​ ລັດ​ເຊຍ ຮອບ​ໃໝ່

(VOVWORLD) -ການນຳບັນດາປະເທດສະມາຊິກ ອີຢູ ຍັງບໍ່ທັນເຫັນດີເປັນເອກະພາບຕໍ່ການລົງໂທດ ລັດເຊຍ ຮອບທີ 9 ໃນກອງປະຊຸມສຸດທ້າຍຂອງປີ 2022 ທີ່ດຳເນີນໃນວັນທີ 14 ທັນວາ ຢູ່ນະຄອນຫຼວງ ບຣຸກແຊນ (ແບນຊິກ).

ຕາມບັນດານັກການທູດຂອງສະຫະພາບເອີຣົບ (ອີຢູ) ແລ້ວ, ການນຳບັນດາປະເທດສະມາຊິກ ອີຢູ ຍັງບໍ່ທັນເຫັນດີເປັນເອກະພາບຕໍ່ການລົງໂທດ ລັດເຊຍ ຮອບທີ 9 ໃນກອງປະຊຸມສຸດທ້າຍຂອງປີ 2022 ທີ່ດຳເນີນໃນວັນທີ 14 ທັນວາ ຢູ່ນະຄອນຫຼວງ ບຣຸກແຊນ (ແບນຊິກ). ບັນດາປະເທດສ່ວນຫຼາຍແມ່ນຫຍັບມໍ່ໃກ້ກັບຂໍ້ຕົກລົງລວມກວ່າ, ແຕ່ ໂປໂລຍ ແລະ ບາງປະເທດອື່ນ ຍັງບໍ່ທັນເຫັນດີເທື່ອ. ການເກີດມີຄວາມບໍ່ລົງລອຍກັນໄດ້ນັ້ນ ກໍ່ຍ້ອນມີເຂົາເຈົ້າມີທັດສະນະທີ່ກົງກັນຂ້າມຕໍ່ເລື່ອງ ອີຢູ ຈະສ້າງເງື່ອນໄຂສະດວກກວ່າແກ່ການສົ່ງອອກ ປຸ໋ຍ ຂອງ ລັດເຊຍ ຜ່ານບັນດາທ່າກ່ຳປັ່ນ ເອີຣົບ ຫຼືບໍ? ນັບທັງໃນກໍລະນີ ບັນດາບໍລິສັດຜະລິດປຸ໋ຍ ນີ້ ມີການພົວພັນກັບບຸກຄົນ ແລະ ອົງການຕ່າງໆທີ່ນອນບັນຊີລາຍຊື່ຖືກລົງໂທດ. ບາງຄຳເຫັນຖືວ່າ ບັນດາຂໍ້ຈຳກັດຂອງ ອີຢູ ຈະນາບຂູ່ເຖິງຄວາມໝັ້ນຄົງດ້ານສະບຽງອາຫານສຳລັບບັນດາປະເທດພວມພັດທະນາ, ໃນຂະນະນັ້ນ ບາງຄຳເຫັນພັດໄດ້ຖືວ່າ ການຜ່ອນຜັນຈະສ້າງ “ຊ່ອງຫວ່າງ” ເຊິ່ງເຈົ້າຂອງວິສາຫະກິດປຸ໋ຍ ອາດຈະຍາດແຍ່ງເພື່ອຫຼີກລ້ຽງການລົງໂທດໄດ້. ມີບາງປະເທດສະມາຊິກ ພັດມີຄວາມປາດຖະໜາຢາກໃຫ້ ອົງການສະບຽງອາຫານໂລກ (WFP) ເຂົ້າຮ່ວມວິວັດທະນາການອອກໃບອະນຸຍາດສົ່ງອອກປຸ໋ຍໄປຍັງບັນດາປະເທດທີ່ມີຄວາມຕ້ອງການ.

        ຕາມຂໍ້ກຳນົດ, ຂໍ້ສະເໜີຄຳສັ່ງລົງໂທດຮອບທີ 9 ນີ້ ຕ້ອງໄດ້ຮັບການຮັບຮອງເອົາຈາກ ສະພາເອີຣົບ ແລະ ລັດຖະສະພາເອີຣົບ ຈຶ່ງມີຜົນສັກສິດ.

ຕອບກັບ

ຂ່າວ/ບົດ​ອື່ນ