ອີ​ຢູ ຍັງ​ບໍ່​ທັນ​ເຫັນ​ດີ​ຕໍ່​ແຜນ​ການ​ໜູນ​ຊ່ວຍ ຢູ​ແກຼນ

(VOVWORLD) - ອີຢູ ຍັງບໍ່ທັນບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບແຜນງົບປະມານດັ່ງກ່າວເທື່ອ ຍ້ອນວ່າທ່ານນາຍົກລັດຖະມົນຕີ ຮຸງກາຣີ Viktor Orban ໄດ້ຄັດຄ້ານຕໍ່ບ້ວງເງິນໜູນຊ່ວຍ 50 ຕື້ ເອີໂຣ (ເກືອບ 55 ຕື້ USD) ໃຫ້ແກ່ຢູແກຼນ. 
ອີ​ຢູ ຍັງ​ບໍ່​ທັນ​ເຫັນ​ດີ​ຕໍ່​ແຜນ​ການ​ໜູນ​ຊ່ວຍ ຢູ​ແກຼນ - ảnh 1ທ່ານປະທານສະພາເອີຣົບ Charles Michel ກ່າວຄຳເຫັນໃນການຖະແຫຼງຂ່າວຢູ່ ບຣຸກແຊນ, ແບນຊິກ ໃນວັນທີ 13 ທັນວາ 2023 (ພາບ: AFP/TTXVN)

ທ່ານປະທານສະພາເອີຣົບ Charles Michel, ວັນທີ 15 ທັນວາ, ຢັ້ງຢືນວ່າ ບັນດາການນຳເອີຣົບ ຍັງບໍ່ທັນເຫັນດີເປັນເອກະພາບຕໍ່ແຜນງົບປະມານ, ໃນນັ້ນ ມີບັນຫາໜູນຊ່ວຍໃຫ້ແກ່ ຢູແກຼນ.

        ທ່ານ Michel, ປະທານກອງປະຊຸມສຸດຍອດສະຫະພາບເອີຣົບ (ອີຢູ), ໃຫ້ຮູ້ວ່າ ການນຳບັນດາປະເທດຈະປຶກສາຫາລືຄືນກ່ຽວກັບບັນຫານີ້ໃນຕົ້ນປີໜ້າ. ອີຢູ ຍັງບໍ່ທັນບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບແຜນງົບປະມານດັ່ງກ່າວເທື່ອ ຍ້ອນວ່າທ່ານນາຍົກລັດຖະມົນຕີ ຮຸງກາຣີ Viktor Orban ໄດ້ຄັດຄ້ານຕໍ່ບ້ວງເງິນໜູນຊ່ວຍ 50 ຕື້ ເອີໂຣ (ເກືອບ 55 ຕື້ USD) ໃຫ້ແກ່ຢູແກຼນ. ກ່ອນໜ້ານັ້ນ, ໂດຍບໍ່ສົນໃຈເຖິງການຄັດຄ້ານຂອງ ຮຸງກາຣີ, ການນຳບັນດາປະເທດສະມາຊິກ ອີຢູ ໄດ້ເຫັນດີເປີດບັນດາການເຈລະຈາກ່ຽວກັບເລື່ອງ ຮັບ ຢູແກຼນ ແລະ ໂມນດາວີ ເຂົ້າເປັນສະມາຊິກຂອງອົງການນີ້, ພ້ອມທັງອອກຂໍ້ກຳນົດກົດລະບຽບສະໝັກການເຂົ້າເປັນສະມາຊິກ ໃຫ້ແກ່ ຈໍເຈຍ.


 

ຕອບກັບ

ຂ່າວ/ບົດ​ອື່ນ