ອີຢູ ຍັງມີຄວາມບໍ່ລົງລອຍກັນກ່ຽວກັບເລື່ອງຈັດວາງລາຄາເພດານສຳລັບ ອາຍແກັດ

(VOVWORLD) -ບັນດາລັດຖະມົນຕີພະລັງງານຂອງສະຫະພາບເອີລົບ (ອີຢູ) “ມີທັດສະນະແຕກຕ່າງກັນຫຼາຍພໍສົມຄວນ”
ອີຢູ ຍັງມີຄວາມບໍ່ລົງລອຍກັນກ່ຽວກັບເລື່ອງຈັດວາງລາຄາເພດານສຳລັບ ອາຍແກັດ - ảnh 1(ພາບປະກອບ: Bloomberg)

        ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວພາຍຫຼັງກອງປະຊຸມໃນວັນທີ 25 ຕຸລາ ຂອງສະພາຄົມມະນາຄົມ, ໂທລະຄົມ ແລະ ພະລັງງານ ອີຢູ ຢູ່ Luxembourg, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ສ.ເຊັກໂກ Jozef Sikela ໃຫ້ຮູ້ວ່າ, ບັນດາລັດຖະມົນຕີພະລັງງານຂອງສະຫະພາບເອີລົບ (ອີຢູ) “ມີທັດສະນະແຕກຕ່າງກັນຫຼາຍພໍສົມຄວນ” ຕໍ່ເລື່ອງຈັດວາງລາຄາເພດານອານແກັດຜ່ານສູນແລກປ່ຽນການຄ້າ TTF ຂອງ ໂຮນລັງ ໂດຍຄະນະກຳມະການເອີລົບ (ອີຊີ) ສະເໜີກ່ອນໜ້ານັ້ນ. ທ່ານລັດຖະມົນຕີ Sikela ໃຫ້ຮູ້ວ່າ, ບັນດາລັດຖະມົນຕີພະລັງງານ ອີຢູ ຈະສືບຕໍ່ຈັດກອງປະຊຸມວິສາມັນຕື່ມອີກໃນວັນທີ 24 ພະຈິກ ຈະມາເຖິງ ເພື່ອປືກສາຫາລືກ່ຽວກັບມາດຕະການຮັບມືກັບວິກິດການດ້ານພະລັງງານທີ່ພວມເກີດຂຶ້ນ, ພ້ອມທັງເນັ້ນໜັກວ່າ ອີຢູ ກໍ່ຈະຮຽກຮ້ອງ “ຈັດກອງປະຊຸມວິສາມັນຍິ່ງຫຼາຍກໍ່ຍິ່ງດີ” ເພື່ອປຶກສາຫາລືບັນດາມາດຕະການແກ້ໄຂໃໝ່ກ່ຽວກັບພະລັງງານ ເມື່ອມີຄວາມຈຳເປັນ.

ຕອບກັບ

ຂ່າວ/ບົດ​ອື່ນ