ອີ​ຢູ ຍອ​ມ​ຮັບ​ບໍ່​ມີ​​ທາງເລ​ືອກ​ອື່ນ ນອກ​ຈາກ​ການ​ເຈ​ລະ​ຈາ​ກັບ ຕາ​ລີ​ບານ

(VOVWORLD) -ອີຢູ ບໍ່ມີທາງເລືອກອື່ນ ນອກຈາກການເຈລະຈາກັບບັນດາຜູ້ນຳຄົນໃໝ່ຢູ່ ອາບການິດສະຖານ ແລະ ອີຢູ ຈະຊອກຫາວິທີການສົມທົບກັບບັນດາປະເທດສະມາຊິກເພື່ອຈັດຄະນະນັກທູດ ຢູ່ Kabul.
ອີ​ຢູ ຍອ​ມ​ຮັບ​ບໍ່​ມີ​​ທາງເລ​ືອກ​ອື່ນ ນອກ​ຈາກ​ການ​ເຈ​ລະ​ຈາ​ກັບ ຕາ​ລີ​ບານ - ảnh 1ທ່ານ Josep Borrell ເຊິ່ງເປັນຜູ້ແທນຂັ້ນສູງຂອງ ສະຫະພາບເອີຣົບ ກ່ຽວກັບຄວາມໝັ້ນຄົງ ແລະ ການພົວພັນຕ່າງປະເທດ (ພາບ: AFP/ TTXVN)

ວັນທີ 14 ກັນຍາ, ທ່ານ Josep Borrell ເຊິ່ງເປັນຜູ້ແທນຂັ້ນສູງຂອງ ສະຫະພາບເອີຣົບ (ອີຢູ) ກ່ຽວກັບຄວາມໝັ້ນຄົງ ແລະ ການພົວພັນຕ່າງປະເທດ ໃຫ້ຮູ້ວ່າ ອີຢູ ບໍ່ມີທາງເລືອກອື່ນ ນອກຈາກການເຈລະຈາກັບບັນດາຜູ້ນຳຄົນໃໝ່ຢູ່ ອາບການິດສະຖານ ແລະ ອີຢູ ຈະຊອກຫາວິທີການສົມທົບກັບບັນດາປະເທດສະມາຊິກເພື່ອຈັດຄະນະນັກທູດ ຢູ່ Kabul. ລັດຖະມົນຕີການຕ່າງປະເທດບັນດາປະເທດ ອີຢູ ກໍວາງອອກເງື່ອນໄຂເພື່ອສ້າງຕັ້ງບັນດາສາຍພົວພັນທາງການທູດ ແລະ ມະນຸດສະທຳກັບ  ຕາລີບານ - ເຊິ່ງເປັນກຳລັງທີ່ຫາກໍຍາດໄດ້ສິດຄວບຄຸມ ອາບການິດສະຖານ ນັບແຕ່ວັນທີ 15 ສິງຫາ ຜ່ານມາ. ໜຶ່ງໃນຈຳນວນບັນດາເງື່ອນໄຂເຫຼົ່ານັ້ນ ແມ່ນເຄົາລົບສິດທິຂອງແມ່ຍິງ.

        ໃນເຫດການໜຶ່ງທີ່ກ່ຽວຂ້ອງ, ໃນວັນດຽວກັນ, ທ່ານ Amir Khan Muttaqi ຮັກສາການລັດຖະມົນຕີການຕ່າງປະເທດ ຕາລີບານ ໄດ້ສະແດງຄວາມຂອບໃຈຕໍ່ປະຊາຄົມສາກົນ ທີ່ໄດ້ໃຫ້ຄຳໝັ້ນສັນຍາຊ່ວຍເຫຼືອເງິນໂດຍດ່ວນນັບຕື້ USD ໃຫ້ແກ່ ອາບການິດສະຖານ. ກ່າວຄຳເຫັນທີ່ການປະຊຸມຖະແຫຼງຂ່າວ, ທ່ານ Mattaqi ໃຫ້ຮູ້ວ່າ ຕາລີບານ ຈະເບີກຈ່າຍຈຳນວນເງິນດັ່ງກ່າວເພື່ອແກ້ໄຂຄວາມອຶດຫິວທຸກຍາກ, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ “ຈະແຈກຢາຍການຊ່ວຍເຫຼືອດັ່ງກ່າວເຖິງຜູ້ທີ່ຕ້ອງໄດ້ຮັບການໜູນຊ່ວຍ ຢ່າງໂປ່ງໃສ”.

ຕອບກັບ

ຂ່າວ/ບົດ​ອື່ນ