ອີຢູ ຕໍ່ກຳນົດສິດຂອງຊາວລີ້ໄພ ຢູແກຼນ ຮອດປີ 2026

(VOVWORLD) - ປະຈຸບັນ, ມີຊາວລີ້ໄພ ຢູແກຼນ ປະມານ 4,2 ລ້ານຄົນຈົດທະບຽນຂໍລີ້ໄພຢູ່ທົ່ວ ອີຢູ, ໃນນັ້ນ, ເຢຍລະມັນ, ໂປໂລຍ ແລະ ສ.ເຊັກໂກ ແມ່ນບັນດາປະເທດມີຈຳນວນຊາວລີ້ໄພຫຼາຍທີ່ສຸດ.
ອີຢູ ຕໍ່ກຳນົດສິດຂອງຊາວລີ້ໄພ ຢູແກຼນ ຮອດປີ 2026 - ảnh 1ຊາວລີ້ໄພ ຢູແກຼນ ຢູ່ສະຖານີລົດໄຟ ໂປໂລຍ
(ພາບປະກອບ: AFP/TTXVN)

ວັນທີ 25 ມິຖຸນາ, ສະຫະພາບເອີລົບ (ອີຢູ) ໄດ້ຕໍ່ກຳນົດສິດຂອງຊາວລີ້ໄພ ຢູແກຼນ ໃຫ້ໄດ້ອາໄສໃນກຸ່ມນີ້ຕື່ມອີກ 1 ປີ, ຮອດເດືອນ ມີນາ 2026.

ປະຈຸບັນ, ມີຊາວລີ້ໄພ ຢູແກຼນ ປະມານ 4,2 ລ້ານຄົນຈົດທະບຽນຂໍລີ້ໄພຢູ່ທົ່ວ ອີຢູ, ໃນນັ້ນ, ເຢຍລະມັນ, ໂປໂລຍ ແລະ ສ.ເຊັກໂກ ແມ່ນບັນດາປະເທດມີຈຳນວນຊາວລີ້ໄພຫຼາຍທີ່ສຸດ. ທ່ານ Nicole de Moor, ລັດຖະມົນຕີຜູ້ຮັບຜິດຊອບການລີ້ໄພ ແລະ ອົບພະຍົບຂອງ ແບນຊິກ, ປະເທດທີ່ພວມດຳລົງຕຳແໜ່ງປະທານໝູນວຽນສະພາ ເອລົບ (ຮອດເດືອນ ມິຖຸນາ), ຢັ້ງຢືນວ່າ, ບັນດາຜູ້ຢາກຍົກຍ້າຍອອກຈາກເຂດເກີດການປະທະກັນຢູ່ ຢູແກຼນ ສາມາດສືບຕໍ່ເຊື່ອໝັ້ນຕໍ່ຄວາມສາມັກຄີຂອງ ອີຢູ.

ບັນດາຊາວລີ້ໄພໄດ້ຮັບສິດປົກປ້ອງຊົ່ວຄາວ, ກໍຄືມີສິດຄ້າຍຄືກັນກັບພົນລະເມືອງຂອງ ອີຢູ, ລວມມີ: ໃບອະນຸຍາດພັກເຊົາ, ສຳຜັດກັບຕະຫຼາດແຮງງານ ແລະ ເຮືອນຢູ່, ໜູນຊ່ວຍດ້ານການແພດ, ສະຫວັດດີການສັງຄົມ ແລະ ເຂົ້າເຖິງການສຶກສາ.

ຕອບກັບ

ຂ່າວ/ບົດ​ອື່ນ