ອີຢູ ຕໍ່ກຳນົດເວລາລົງໂທດ ລັດເຊຍ ຕື່ມອີກ 6 ເດືອນຢ່າງເປັນທາງການ

(VOVWORLD) - ວັນທີ 21 ທັນວາ, ສະຫະພາບ ເອີຣົບ (ອີຢູ) ໄດ້ຕໍ່ກຳນົດເວລາຄຳສັ່ງລົງໂທດເສດຖະກິດສຳລັບ ລັດເຊຍ ຕື່ມອີກ 6 ເດືອນ ທີ່ກ່ຽວຂ້ອງເຖິງການປະທະກັນຢູ່ ຢູແກຼນແຕ່ປີ 2014.

ສະພາສະຫະພາບ ເອີຣົບ ລວມມີ 28 ປະເທດສະມາຊິກໄດ້ຕໍ່ກຳນົດເວລາປະຕິບັດບັນດາມາດຕະການລົງໂທດສຳລັບບັນດາຂົງເຂດເສດຖະກິດພິເສດຂອງ ລັດເຊຍ ຈົນຮອດວັນທີ 31 ກໍລະກົດ 2018 ແລະ ມີຄວາມເສຍດາຍວ່າ ບັນດາຂໍ້ຕົກລົງກ່ຽວກັບການປະຕິບັດສັນຍາ Minsk ກ່ຽວກັບການສ້າງຄຳສັ່ງຢຸດຍິງຢູ່ ພາກຕາເວັນອອກ ຢູແກຼນ ບໍ່ໄດ້ປະຕິບັດຢ່າງຄົບຖ້ວນ.

        ບັນດາມາດຕະການລົງໂທດຂອງ ອີຢູ ສຳລັບ ລັດເຊຍສ່ວນໃຫຍ່ແມ່ນເລັ່ງໃສ່ບັນດາຂົງເຂດພິເສດສະເພາະຄື: ພະລັງງານ, ການປ້ອງກັນຊາດ ແລະ ການເງິນ ແລະ ຫ້າມຊາວ ເອີຣົບ ລົງທຶນເຂົ້າ ລັດເຊຍ. ສ່ວນຝ່າຍ ມົດສະກູ ກໍ່ຕອບໂຕ້ດ້ວຍການສ້າງຄຳສັ່ງຂວ້ຳບາດສຳລັບບັນດາຜະລິດຕະພັນອາຫານປຸງແຕ່ງຈາກ ເອີຣົບ.

ຕອບກັບ

ຂ່າວ/ບົດ​ອື່ນ