ອີ​ຢູ ຕ້ອງ​ການ 800 ຕື້ ເອີ​ໂຣ/ປີ ເພື່ອ​ຟື້ນ​ຕົວ​ພື້ນ​ຖາ​ນ​ເສດ​ຖະ​ກິດ

(VOVWORLD) - ວັນທີ 9 ກັນຍາ, ທ່ານ Mario Draghi, ອະດີດປະທານທະນາຄານສູນກາງ ເອີລົບ (ECB) ໄດ້ຮຽກຮ້ອງສະຫະພາບເອີລົບ (ອີຢູ) ລົງທຶນຈຳນວນເງິນ 800 ຕື້ ເອີໂຣ/ປີ ເພື່ອແນໃສ່ຊ່ວຍກຸ່ມນີ້ຮັບມືກັບໄພຖອຍຫລັງຂອງພື້ນຖານເສດຖະກິດ “ທີ່ມີລັກສະນະເປັນຕາຍ”ປະຈຸບັນ.

ໃນບົດລາຍງານຍາວ 400 ຫນ້າ ຊື່ງທ່ານໄດ້ລາຍງານຢູ່ ຄະນະກຳມະການເອີລົບ ຢູ່ ບຣຸກແຊນ ປະເທດ ສະວິດ, ທ່ານ Draghi ໄດ້ເນັ້ນຫນັກວ່າ: ອີຢູ ຄວນປະຕິບັດບັນດາບາດກ້າວຢ່າງແຮງ ເພື່ອປັບປຸງສະມັດຕະພາບ ແລະ ການເຕີບໂຕເສດຖະກິດ, ສິ່ງທີ່ພວມເຮັດໃຫ້ ອີຢູ ຖອຍຫລັງເມື່ອທຽບໃສ່ກັບ ອາເມລິກາ ແລະ ຈີນ.

ທ່ານອະດິດປະທານ ECB ຖືວ່າ: ອີຢູ ຄວນລົງທຶນຈຳນວນເງິນ 800 ຕື້ ເອີໂຣ ໃນແຕ່ລະປີ ເພື່ອຜ່ານຜ່າສະພາບຊຸດໂຊມປະຈຸບັນ. ນີ້ແມ່ນບ້ວງເງິນລົງທຶນທີ່ບໍ່ເຄີຍມີມາກ່ອນ ແລະ ຈະຊ່ວຍ ອີຢູ ນຳຫນ້າໃນເຕັກໂນໂລຊີໃຫມ່ ພ້ອມທັງບັນລຸໄດ້ຫລາຍຄາດໝາຍອື່ນທີ່ວາງອອກ. ຄຽງຂ້າງນັ້ນ ທ່ານກໍ່ສົ່ງເສີມ ອີຢູ ຄວນສຸມໃສ່ເຂົ້າໃນການສ້າງບັນດາສູນປ່ຽນແປງໃຫມ່ແຖວຫນ້າ ແລະ ພັດທະນາເຕັກໂນໂລຊີສະອາດ.

ຕອບກັບ

ຂ່າວ/ບົດ​ອື່ນ