ອີຢູ ຖືເປັນສໍາຄັນການຊຸກຍູ້ການພົວພັນກັບຫວຽດນາມ

(VOVWORLD) -ວັນທີ 21 ກັນຍາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ໄດ້ມີການເຮັດວຽກກັບ ເອກອັກຄະລັດຖະທູດ, ຫົວໜ້າຄະນະອີຢູ ແລະ ເອກອັກຄະລັດຖະທູດບັນດາປະເທດສະມາຊິກ ອີຢູ ປະຈໍາ ຮ່າໂນ້ຍ.

ທ່ານຮອງນາຍົກລັດຖະມົນຕີ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືເປັນສໍາຄັນທີ່ຕັ້ງ, ບົດບາດອັນສໍາຄັນຂອງ ອີຢູ ຢູ່ພາກພື້ນ ແລະ ຢູ່ໃນໂລກ, ພ້ອມທັງປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືຮອບດ້ານລະຫວ່າງສອງຝ່າຍກວ່າອີກ. ບົນເນື້ອໃນຈິດໃຈດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ ເອກອັກຄະລັດຖະທູດ, ຫົວໜ້າຄະນະອີຢູ ພ້ອມດ້ວຍບັນດາເອກອັກຄະລັດຖະທູດຂອງບັນດາປະເທດສະມາຊິກ  ຊຸກຍູ້, ນໍາການພົວພັນຄູ່ຮ່ວມມື ແລະ ຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ອີຢູ ກໍຄືລະຫວ່າງ ຫວຽດນາມ ກັບແຕ່ລະປະເທດສະມາຊິກຂອງ ອີຢູ ສືບຕໍ່ກ້າວເຂົ້າສູ່ລວງເລິກ, ພັດທະນາຢ່າງແທດຈິງ ແລະ ມີປະສິດທິຜົນໃນໄລຍະຈະມາເຖິງ; ລົງນາມ ແລະ ໃຫ້ສັດຕະຍາບັນສັນຍາການຄ້າເສລີລະຫວ່າງ ຫວຽດນາມ - ອີຢູ (EVFTA) ເປັນທາງການໂດຍໄວ. ທ່ານຮອງນາຍົກລັດຖະມົນຕີ ປາດຖະໜາວ່າ ບັນດາປະເທດສະມາຊິກ ອີຢູ ຈະສະໜັບສະໜູນ ຫວຽດນາມ ອອກສະໝັກເລືອກຕັ້ງ ເປັນກໍາມະການບໍ່ປະຈໍາສະພາຄວາມໝັ້ນຄົງ ສະຫະປະຊາຊາດ ອາຍຸການ 2020 – 2021. ພ້ອມທັງ ຢັ້ງຢືນວ່າ ຫວຽດນາມ ໄດ້ ແລະ ກໍາລັງມານະພະຍາຍາມ ແກ້ໄຂບັນຫາ ການຫາປາຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ໄດ້ຮັບການຄຸ້ມຄອງ (IUU), ສະເໜີໃຫ້ ອີຢູ ພິຈາລະນາ ລົບລ້າງ “ບັດເຫຼືອງ” ສໍາລັບການຫາ ສິນທະເລ ຂອງຫວຽດນາມ.

        ຕາງໜ້າເອກອັກຄະລັດຖະທູດບັນດາປະເທດສະມາຊິກ ອີຢູ ປະຈໍາ ຫວຽດນາມ,ທ່ານ Bruno Angelet ເອກອັກຄະລັດຖະທູດ, ຫົວໜ້າຄະນະ ອີຢູ  ໃຫ້ຮູ້ວ່າ ອີຢູ ຖືຫວຽດນາມ ເປັນສໍາຄັນ ໃນນະໂຍບາຍການຕ່າງປະເທດຂອງກຸ່ມ; ພ້ອມທັງຢັ້ງຢືນວ່າ ຈະພ້ອມກັບເອກອັກຄະລັດຖະທູດບັນດາປະເທດສະມາຊິກ ອີຢູ ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອນໍາການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ອີຢູ ສືບຕໍ່ກ້າວເຂົ້າສູ່ລວງເລິກ, ມີປະສິດທິຜົນ, ພິເສດແມ່ນຊຸກຍູ້ສັນຍາ EVFTA ໄດ້ຮັບການລົງນາມ, ມີຜົນສັກສິດ ແລະ ໄດ້ຮັບການຜັນຂະຫຍາຍໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ