ອີຢ​ູ ​ນຳເອົາ​ບ້ວງ​ເງິນ​​ຊ່ວຍ​ເຫຼືອ​ໃຫ້​ແກ່ ຢູ​ແກຼນ ເຂົ້າ​ໃນ​ແຜນ​ງົບ​ປະ​ມານ​ປີ 2023

(VOVWORLD) -ບັນດາລັດຖະມົນຕີກະຊວງການເງິນ ສະຫະພາບເອີຣົບ (ອີຢູ) ໄດ້ເຫັນດີເປັນເອກະພາບນຳເອົາບ້ວງເງິນຊ່ວຍເຫຼືອຂອງກຸ່ມນີ້ ທີ່ສະຫງວນໃຫ້ແກ່ ຢູແກຼນ ເຂົ້າໃນແຜນງົບປະມານປີ 2023. 
ອີຢ​ູ ​ນຳເອົາ​ບ້ວງ​ເງິນ​​ຊ່ວຍ​ເຫຼືອ​ໃຫ້​ແກ່ ຢູ​ແກຼນ ເຂົ້າ​ໃນ​ແຜນ​ງົບ​ປະ​ມານ​ປີ 2023 - ảnh 1ທ່ານຮອງປະທານຄະນະກຳມະການເອີຣົບ Valdis Dombrovskis  (ພາບ: AFP/TTXVN)

ວັນທີ 04 ຕຸລາ, ທ່ານຮອງປະທານຄະນະກຳມະການເອີຣົບ Valdis Dombrovskis ໃຫ້ຮູ້ວ່າ ບັນດາລັດຖະມົນຕີກະຊວງການເງິນ ສະຫະພາບເອີຣົບ (ອີຢູ) ໄດ້ເຫັນດີເປັນເອກະພາບນຳເອົາບ້ວງເງິນຊ່ວຍເຫຼືອຂອງກຸ່ມນີ້ ທີ່ສະຫງວນໃຫ້ແກ່ ຢູແກຼນ ເຂົ້າໃນແຜນງົບປະມານປີ 2023. ກ່ອນໜ້ານັ້ນ, ອີຢູ ເຫັນດີໜູນຊ່ວຍ ຢູແກຼນ ເປັນເງິນ 9 ຕື້ເອີໂຣ ເມື່ອເດືອນພຶດສະພາຜ່ານມາ ແລະ ໃນເດືອນກໍລະກົດນີ້ ຈະຈ່າຍ 1 ຕື້ເອີໂຣ. ທ່ານ Dombrovskis ໃຫ້ຮູ້ວ່າ ບ້ວງລາຍຈ່າຍຕໍ່ໄປທີ່ມີມູນຄ່າ 5 ຕື້ ເອີໂຣ ຈະຖືກຍົກອອກມາໃນເດືອນຕຸລາ, ສ່ວນ 3 ຕື້ ເອີໂຣ ຍັງເຫຼືອ ຈະໄດ້ປ່ອຍເງິນໃນເດືອນພະຈິກ ແລະ ເດືອນທັນວາຈະມາເຖິງ.

        ກ່ຽວຂ້ອງເຖິງບັນຫາການເງິນໜູນຊ່ວຍ ຢູແກຼນ, ວັນທີ 04 ຕຸລາ, ໃນການເຈລະຈາກັບທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky, ທ່ານປະທານາທິບໍດີ ອາເມລິກາ Joe Biden ປະກາດບ້ວງເງິນຊ່ວຍເຫຼືອດ້ານຄວາມໝັ້ນຄົງເພີ່ມເຕີບໃຫ້ ຢູແກຼນ ດ້ວຍມູນຄ່າ 625 ລ້ານ USD. ບ້ວງເງິນອຸປະຖຳຫຼ້າສຸດນີ້ ລວມມີທັງອາວຸດຍຸດທະພັນການທະຫານ. ນີ້ແມ່ນການຊ່ວຍເຫຼືອດ້ານການທະຫານຄັ້ງທີ 22 ຂອງ ອາເມລິກາ ທີ່ສະຫງວນໃຫ້ແກ່ ຢູແກຼນ ນັບແຕ່ເດືອນ ສິງຫາ ປີ 2021 ດ້ວຍມູນຄ່າຂຶ້ນເຖິງກວ່າ 17,5 ຕື້ USD. ທ່ານ Joe Biden ກໍໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ສະໜັບສະໜູນ ຢູແກຼນ, ພ້ອມທັງເນັ້ນໜັກວ່າ ອາເມລິກາ ບໍ່ມີວັນທີ່ຈະຍອມຮັບເລື່ອງ ລັດເຊຍ ໂຮມດິນແດນຂອງ ຢູແກຼນ ເຂົ້າປະເທດຕົນ.

ຟ້າມຮວັນ - ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ