ອີຢູ ບັນລຸຂໍ້ຕົກລົງກ່ຽວກັບການຈັດແບ່ງຈຳນວນຜູ້ຂໍລີ້ໄພ

(VOVWORLD) - ຕາມຂໍ້ຕົກລົງແລ້ວ, ບັນດາປະເທດບໍ່ຮັບຜູ້ຂໍລີ້ໄພຈະປະກອບຈຳນວນເງິນຂຶ້ນເຖິງ 20.000 ເອີໂລ/ຄົນ ໃສ່ກອງທຶນໂດຍ ອີຢູ ຄຸ້ມຄອງເພື່ອໜູນຊ່ວຍຜູ້ລີ້ໄພ.
ອີຢູ ບັນລຸຂໍ້ຕົກລົງກ່ຽວກັບການຈັດແບ່ງຈຳນວນຜູ້ຂໍລີ້ໄພ - ảnh 1(ພາບປະກອບ: AFP/TTXVN)

        ທີ່ກອງປະຊຸມຂອງລັດຖະມົນຕີກະຊວງພາຍໃນ 27 ປະເທດສະມາຊິກສະຫະພາບ ເອີລົບ (ອີຢູ) ເຊິ່ງຈັດຂຶ້ນໃນວັນທີ 08 ມິຖຸນາ, ຢູ່ ບຣຸກແຊນ, ປະເທດ ແບນຊິກ, ປະເທດຕ່າງໆບັນລຸໄດ້ຂໍ້ຕົກລົງອະນຸຍາດໃຫ້ບັນດາປະເທດສະມາຊິກແບ່ງປັນການຮັບຈຳນວນຜູ້ຂໍລີ້ໄພ ຫຼື ປະກອບສ່ວນໃຫ້ກອງທຶນລວມໂດຍ ອີຢູ ຄຸ້ມຄອງເພື່ອເບິ່ງແຍງດູແລຜູ້ລີ້ໄພ.

        ກ່າວຄຳເຫັນທີ່ການຖະແຫຼງຂ່າວຫຼັງການປະຊຸມຂ່າວໃນວັນດຽວກັນ, ທ່ານນາງ ລັດຖະມົນຕີກະຊວງພາຍໃນ ຊູແອັດ Maria Stenergard, ປະທານຈັດບັນດາການເຈລະຈາໃຫ້ຮູ້ວ່າ, ຕາມຂໍ້ຕົກລົງແລ້ວ, ບັນດາປະເທດບໍ່ຮັບຜູ້ຂໍລີ້ໄພຈະປະກອບຈຳນວນເງິນຂຶ້ນເຖິງ 20.000 ເອີໂລ/ຄົນ ໃສ່ກອງທຶນໂດຍ ອີຢູ ຄຸ້ມຄອງເພື່ອໜູນຊ່ວຍຜູ້ລີ້ໄພ.

        ເຖິງຢ່າງໃດກໍ່ຕາມ, ຕາມທ່ານນາງ Ylva Johansson, ກຳມະການ ອີຢູ ກ່ຽວກັບບັນດາບັນຫາພາຍໃນແລ້ວ, ບັນຫາຜູ້ລີ້ໄພທີ່ຖືກປະຕິເສດຈະໄດ້ສົ່ງໄປໃສຍັງເປັນຂໍ້ຕິດຄັດໃຫຍ່ສຸດໃນບັນດາການເຈລະຈາ. ທ່ານນາງໃຫ້ຮູ້ວ່າ, ປະຈຸບັນ, ຍັງບໍ່ທັນມີຂໍ້ຕົກລົງລະອຽດ ແລະ ບັນຫານີ້ຕ້ອງໄດ້ພິຈາລະນາຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ