ອີ​ຢູ ບໍ່​ສະ​ໜັບ​ສະ​ໜູນ​ການ​ຍົກ​ເວັ້ນ​ການ​ປົກ​ປ້ອງກຳ​ມະ​ສິດ​ພູມ​ປັນ​ຍາ​ສຳ​ລັບ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ໂດຍ​ຊົ່ວ​ຄາວ

(VOVWORLD) -ປັດຈຸບັນ ຍັງບໍ່ທັນຕັດສິນກ່ຽວກັບບັນຫາຍົກເວັ້ນການປົກປ້ອງກຳມະສິດພູມປັນຍາ ສຳລັບວັກຊິນກັນພະຍາດໂຄວິດ - 19 ປະເພດຕ່າງໆ ເພາະຖືວ່າ ຍັງມີຫຼາຍບັນຫາຮ້ອນເຮັ່ງ ແລະ ຮີບດ່ວນກວ່າ ຕ້ອງພິຈາລະນາ.
ອີ​ຢູ ບໍ່​ສະ​ໜັບ​ສະ​ໜູນ​ການ​ຍົກ​ເວັ້ນ​ການ​ປົກ​ປ້ອງກຳ​ມະ​ສິດ​ພູມ​ປັນ​ຍາ​ສຳ​ລັບ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ໂດຍ​ຊົ່ວ​ຄາວ - ảnh 1ທ່ານນາງປະທານຄະນະກຳມະການເອີຣົບ  Ursula von der Leyen (ພາບ: TTXVN)

ວັນທີ 8 ພຶດສະພາ, ທ່ານນາງປະທານຄະນະກຳມະການເອີຣົບ ( EC) Ursula von der Leyen  ແຈ້ງໃຫ້ບັນດາປະເທດສະມາຊິກ ສະຫະພາບເອີຣົບ (ອີຢູ) ວ່າ ປັດຈຸບັນ ຍັງບໍ່ທັນຕັດສິນກ່ຽວກັບບັນຫາຍົກເວັ້ນການປົກປ້ອງກຳມະສິດພູມປັນຍາ ສຳລັບວັກຊິນກັນພະຍາດໂຄວິດ - 19 ປະເພດຕ່າງໆ ເພາະຖືວ່າ ຍັງມີຫຼາຍບັນຫາຮ້ອນເຮັ່ງ ແລະ ຮີບດ່ວນກວ່າ ຕ້ອງພິຈາລະນາ.

ກ່າວຄຳເຫັນຕໍ່ວົງການສື່ມວນຊົນພາຍຫຼັງກອງປະຊຸມສຸດຍອດ ອີຢູ ຢູ່ Porto (ປອກຕຸຍການ), ທ່ານນາງ Ursula von der Leyen ຕີລາຄາວ່າ ນີ້ແມ່ນຫົວຂໍ້ສຳຄັນ ແຕ່ຕ້ອງໄດ້ຮັບການປຶກສາຫາລືໃນເວລາຍາວນານ. ຕາມທ່ານນາງແລ້ວ, ເອີີີຣົບ ຄວນສູມໃສ່ບັນດາບັນຫາພື້ນຖານທີ່ຮີບດ່ວນໃນປັດຈຸບັນ ລວມທັງການຜະລິດວັກຊິນຍິ່ງຫຼາຍກໍຍິ່ງດີ, ຮັບປະກັນການຈຳໜ່າຍວັກຊິນຢ່າງຍຸຕິທຳ ແລະ ພາວະວິໄສ.

ໃນອາທິດຜ່ານມາ, ອາເມລິກາ ໄດ້ສະໜັບສະໜູນການຍົກເວັ້ນການປົກປ້ອງກຳມະສິດພູມປັນຍາສຳລັບວັກຊິນກັນພະຍາດໂຄວິດ - 19 ຢູ່ ອົງການການຄ້າໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ