ອີຢູ ປະກາດກອງທຶນຟື້ນຟູເສດຖະກິດຫຼັງໂຄວິດ-19 ດ້ວຍມູນຄ່າ 750 ຕື້ເອີໂຣ

(VOVWORLD) - ວັນທີ 27 ພຶດສະພາ, ທ່ານນາງ Ursula von der Leyen, ປະທານຄະນະກຳມະການ ເອີຣົບ (EC) ໄດ້ສະເໜີສ້າງກອງທຶນຟື້ນຟູເສດຖະກິດຫຼັງໂຄວິດ-19 ທີ່ມີມູນຄ່າ 750 ຕື້ເອີໂຣ ໃຫ້ແກ່ສະຫະພາບເອີຣົບ (ອີຢູ). 
ອີຢູ ປະກາດກອງທຶນຟື້ນຟູເສດຖະກິດຫຼັງໂຄວິດ-19 ດ້ວຍມູນຄ່າ 750 ຕື້ເອີໂຣ - ảnh 1ຮ້ານອາຫານຖືກປິດປະຕູຍ້ອນໂລກລະບາດໂຄວິດ-19 ຢູ່ ແອັດສະປາຍ. ພາບ: AFP/TTXVN

ເຖິງຢ່າງໃດກໍ່ຕາມ, ຂໍ້ສະເໜີດັ່ງກ່າວ ຕ້ອງໄດ້ຮັບການສະໜັບສະໜູນຈາກບັນດາປະເທດສະມາຊິກ. ຖ້າໄດ້ຮັບການຮັບຮອງເອົາ, ນີ້ຈະແມ່ນບ້ວງເງິນກະຕຸກຊຸກຍູ້ເສດຖະກິດກ້ອນໃຫຍ່ທີ່ສຸດໃນປະຫວັດສາດ ອີຢູ ແລະ ຈະລວມມີບັນດາມາດຕະການເກັບພາສີອາກອນຢ່າງເລິກເຊິ່ງກ້ວາງຂວາງ ສຳລັບບັນດາປະເພດສິນຄ້າຢາງປຼາດສະຕິກ, ອາຍພິດກາກບອນ ແລະ ບັນດາບໍລິສັດເຕັກໂນໂລຊີຂະໜາດໃຫຍ່.

        ວັນທີ 27 ພຶດສະພາ, ທ່ານນາຍົກລັດຖະມົນຕີ ອີຕາລີ Giuseppe Conte ໄດ້ສະແດງຄວາມຊົມເຊີຍຕໍ່ຂໍ້ສະເໜີຂອງທ່ານນາງປະທານຄະນະກຳມະການເອີຣົບ Ursula von der Leyen ວ່າ ແມ່ນ “ສັນຍານທີ່ດີຈາກ ບຣຸກແຊນ”. ສ່ວນລັດຖະບານ ແອັດສະປາຍ ກໍ່ໃຫ້ຮູ້ວ່າ: ຂໍ້ສະເໜີຂອງ ອີຢູ ຈະເປັນພື້ນຖານໃຫ້ແກ່ການພົບປະເຈລະຈາຄັ້ງຕໍ່ໄປ.

ຕອບກັບ

ຂ່າວ/ບົດ​ອື່ນ