ອີ​ຢູ ປະ​ກາດ​ມີ​ວັກ​ຊິກ​ກັນ​ພະ​ຍາດ​ໂຄວິດ - 19 ຢ່າງ​ພຽງ​ພໍ​ເພື່ອ​ສັກ​ໃຫ້ 70% ​ຜູ້​ເຖິງ​ກະ​ສຽນ​ອາ​ຍຸ

(VOVWORLD) -       ທ່ານນາງ Ursula von der Leyen ປະທານຄະນະກຳມະການເອີີຣົບ ໄດ້ປະກາດວ່າ ສະຫະພາບເອີຣົບ ແຈກຢາຍວັກຊິນກັນພະຍາດໂຄວິດ - 19 ຢ່າງພຽງພໍເພື່ອສັກໃຫ້ປະຊາກອນຜູ້ທີ່ເຖິງກະສຽນອາຍຸໃນກຸ່ມໄດ້ຢ່າງໜ້ອຍສຸດ 70%, ບັນລຸເປົ້າໝາຍທີ່ໄດ້ວາງອອກກ່ອນນີ້ 2 ເດືອນ. 
ອີ​ຢູ ປະ​ກາດ​ມີ​ວັກ​ຊິກ​ກັນ​ພະ​ຍາດ​ໂຄວິດ - 19 ຢ່າງ​ພຽງ​ພໍ​ເພື່ອ​ສັກ​ໃຫ້ 70% ​ຜູ້​ເຖິງ​ກະ​ສຽນ​ອາ​ຍຸ - ảnh 1ວັກຊິນ AstraZeneca (ພາບ: AP)

ຕາມນັ້ນແລ້ວ, ໄລ່ຮອດວັນທີ 11 ກໍລະກົດ, ສະຫະພາບເອີຣົບ ໄດ້ຮັບວັກຊິນກັນພະຍາດໂຄວິດ - 19 ຢ່າງເປັນທາງການ ປະມານ 500 ລ້ານໂດສ, ຈຳນວນດັ່ງກ່າວແມ່ນພຽງພໍເພື່ອໃຫ້ 70% ຜູ້ເຖິງກະສຽນອາຍຸ ໄດ້ສັກຄົບ 2 ເຂັມ, ເຊິ່ງຖືກຕ້ອງຕາມຄຳໝັ້ນສັນຍາ ທີ່ ຄະນະກຳມະການເອີຣົບ ໄດ້ຍົກອອກໃນວັນທີ 9 ພຶດສະພາ.

        ຕາມແຜນການທີ່ໄດ້ວາງອອກ, ຮອດທ້າຍເດືອນກັນຍາ 2021, ອີຢູ ອາດຈະສັກວັກຊິນກັນພະຍາດໂຄວິດ - 19 ໃຫ້ປະຊາຊົນທັງໝົດທີ່ມີເງື່ອນໄຂພຽງພໍ, ຜ່ານນັ້ນ ກໍ່ສາມາດບັນລຸໄດ້ລະດັບພູມຕ້ານທານໃນປະຊາຄົມ. ທ່ານນາງປະທານຄະນະກຳມະການເອີຣົບ ກໍກ່າວເຕືອນວ່າ ເອີຣົບ ຍັງບໍ່ທັນດັບມອບໄດ້ເຊື້ອພະຍາດໂຄວິດ - 19 ໄດ້ເທື່ອ ແລະ ສະຫະພາບເອີຣົບ ຄວນສືບຕໍ່ເພີ່ມລະດັບຄວາມໄວໃນການສັກວັກຊິນ, ຊອກຫາວັກຊິນໃໝ່ຊະນິດຕ່າງໆ ເພື່ອສະກັດກັ້ນບັນດາໄວຣັດປ່ຽນພັນໃໝ່ຈາກເຊື້ອໄວຣັດ SARS – CoV – 2.

ກວາງຢຸງ - ນັກຂ່າວ VOV ປະຈຳ ຝລັ່ງ


ຕອບກັບ

ຂ່າວ/ບົດ​ອື່ນ