ອີຢູ ປະກາດໝວດມາດຕະການແກ້ໄຂຕ້ານວິກິດການດ້ານພະລັງງານ

(VOVWORLD) -“ກົນໄກດັດປັບລາຄາ” ໄດ້ສະເໜີມານັ້ນ ຈະເຄື່ອນໄຫວຄືດັ່ງນະໂຍບາຍຮັບປະກັນຕ້ານຄືນບັນດາການເໜັງຕີງທີ່ຜິດປົກກະຕິຢູ່ຕະຫຼາດ.
ອີຢູ ປະກາດໝວດມາດຕະການແກ້ໄຂຕ້ານວິກິດການດ້ານພະລັງງານ - ảnh 1(ພາບປະກອບ: AFP/TTXVN)

        ວັນທີ 18 ສິງຫາ, ຄະນະກຳມະການ ເອີລົບ (ອີຊີ) ສະເໜີກົນໄກຈຳກັດລາຄາຂາຍສົ່ງນ້ຳມັນອາຍແກັດໃນລະດູໜາວຈະມາເຖິງນີ້ຊົ່ວຄາວ. ເຄື່ອງມືດັ່ງກ່າວແມ່ນສ່ວນໜຶ່ງຂອງໝວດມາດຕະການແກ້ໄຂໃໝ່ ເຊິ່ງ ອີຊີ ສະເໜີ ເພື່ອຮັບມືກັບວິກິດການດ້ານພະລັງງານໃນປະຈຸບັນ.

        “ກົນໄກດັດປັບລາຄາ” ໄດ້ສະເໜີມານັ້ນ ຈະເຄື່ອນໄຫວຄືດັ່ງນະໂຍບາຍຮັບປະກັນຕ້ານຄືນບັນດາການເໜັງຕີງທີ່ຜິດປົກກະຕິຢູ່ຕະຫຼາດ. ໃນກໍລະນີທີ່ຈຳເປັນ, ອີຢູ ຈະຈັດວາງການ “ກຳນົດລາຄາຢ່າງມີໄຫວພິບ” ສຳລັບການທຳທຸລະກຳຢູູ່ສູນແລກປ່ຽນການຄ້າ Title Transfer Facility (TTF) ຂອງ ໂຮນລັງ, ເຊິ່ງເຄີຍມີລັກສະນະຕັດສິນລາຄານ້ຳມັນອາຍແກັດໃນ ອີຢູ. ໃນຂະນະນັ້ນ, ອີຊີ ຖືວ່າ ມາດຕະການທີ່ຍາວນານກວ່າແມ່ນຍົກອອກດັດຊະນີລາຄາເພີ່ມເຕີມ ຊ່ວຍກຳນົດຮູບແບບລາຄານ້ຳມັນອາຍແກັດແຫຼວ (LNG) ແລະ ສ່ອງແສງເງື່ອນໄຂໃໝ່ຢູ່ຕະຫຼາດ  ອີຢູ ໃຫ້ເປັນຢ່າງດີກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ