ອີ​ຢູ ປະຕິ​ເສດ ​ແຜນການ​ສ້າງສັນ​ຕິພາບ​ຢູ່​ພາກ​ພື້ນ​ຕາ​ເວັນ​ອອກ​ກາງຂອງ ອາ​ເມ​ລິ​ກາ

(VOVWORLD) -ໃນຖະແຫຼງການທີ່ໄດ້ຍົກອອກມາໃນວັນທີ 04 ກຸມພາ, ທ່ານ Josep Borrell ຜູ້ຕາງໜ້າຂັ້ນສູງກ່ຽວກັບນະໂຍບາຍການຕ່າງປະເທດຂອງ ສະຫະພາບເອີຣົບ (ອີຢູ) ໄດ້ປະຕິເສດຫຼາຍເນື້ອໃນຂອງແຜນການສ້າງສັນຕິພາບຢູ່ພາກພື້ນຕາເວັນອອກກາງສະບັບໃໝ່ຂອງ ອາເມລິກາ.
ອີ​ຢູ ປະຕິ​ເສດ ​ແຜນການ​ສ້າງສັນ​ຕິພາບ​ຢູ່​ພາກ​ພື້ນ​ຕາ​ເວັນ​ອອກ​ກາງຂອງ ອາ​ເມ​ລິ​ກາ - ảnh 1 ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: TTXVN)

         ທ່ານໄດ້ເນັ້ນໜັກວ່າ ຂໍ້ລິເລີ່ມຂອງ ອາເມລິກາ ແມ່ນລະເມີດບັນດາຂອບຈໍາກັດ ເຊິ່ງປະຊາຄົມສາກົນໄດ້ເຫັນດີເປັນເອກະພາບ” ແລະ ຊີ້ແຈ້ງວ່າ ຖ້າຫາກວ່າ ອິດສະຣາແອັນ ດໍາເນີນບັນດາບາດກ້າວໂຮມດິນແດນຂອງ ປາແລັດສະຕິນ ເຂົ້າອິດສະຣາແອັນ ນັ້ນ ອາດຈະເກີດປະຕິກິລິຍາຕອບກັບ.

        ໃນເຫດການທີ່ກ່ຽວຂ້ອງ, ວັນທີ 04 ກຸມພາ, ທ່ານປະທານາທິບໍດີ ອິດສະຣາແອັນ Reuven Rivlin ໄດ້ຮຽກຮ້ອງໃຫ້ ອິດສະຣາແອັນ ແລະ ປາແລັດສະຕິນ ນໍາໃຊ້ແຜນການສ້າງສັນຕິພາບຢູ່ຕາເວັນອອກກາງ ຂອງ ອາເມລິກາ ເພື່ອເປັນພື້ນຖານໃຫ້ແກ່ການເຊື່ອມຕໍ່ການເຈລະຈາໂດຍກົງລະຫວ່າງສອງຝ່າຍຄືນໃໝ່.


ຕອບກັບ

ຂ່າວ/ບົດ​ອື່ນ