ອີຢູ ພ້ອມແລ້ວທີ່ຈະປະເຊີນໜ້າກັບທຸກກໍລະນີ ກ່ຽວກັບບັນຫາ Brexit

(VOVWORLD) -ຖ້າຫາກຂໍ້ຕົກລົງດັ່ງກ່າວຖືກ ສະພາແຫ່ງຊາດອັງກິດ ປະຕິເສດ ແມ່ນມີພຽງສິດເລືອກດຽວ ນັ້ນແມ່ນບໍ່ມີຂໍ້ຕົກລົງໃດ ຫຼື ບໍ່ຖອນຕົວອອກຈາກ ອີຢູ່. 
ອີຢູ ພ້ອມແລ້ວທີ່ຈະປະເຊີນໜ້າກັບທຸກກໍລະນີ ກ່ຽວກັບບັນຫາ Brexit - ảnh 1ທ່ານປະທານສະພາເອີຣົບ Donald Tusk  (ພາບປະກອບ:  THX/TTXVN) 

ການເລືອກເຟັ້ນຂອງ ອັງກິດ ແມ່ນຈະຖອນຕົວອອກຈາກ ສະຫະພາບເອີຣົບ (ອີຢູ) ໂດຍບໍ່ມີຂໍ້ຕົກລົງສະບັບໃດ ຫຼື ຍົກເລີກເລື່ອງປະເທດນີ້ຖອນຕົວອອກຈາກ ອີຢູ ຢ່າງສິ້ນເຊີງ (ຍັງເອີ້ນວ່າ Brexit) ຖ້າຫາກ ສະພາແຫ່ງຊາດອັງກິດປະຕິເສດຂໍ້ຕົກລົງ Brexit ເບື້ອງຕົ້ນ ທີ່ບັນລຸໄດ້ລະຫວ່າງ ອີຢູ ແລະ ທ່ານນາງນາຍົກລັດຖະມົນຕີອັງກິດ Theresa May ໃນວັນທີ 25 ພະຈິກ ຜ່ານມາ. ທ່ານປະທານສະພາເອີຣົບ Donald Tusk  ໄດ້ຍົກອອກຂໍ້ສັງເກດດັ່ງກ່າວ ໃນວັນທີ 30 ພະຈິກ ກ່ອນການດໍາເນີນກອງປະຊຸມສຸດຍອດ ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າໃນໂລກ (G20) ເຊິ່ງພວມຖືກດໍາເນີນຢູ່ ອາກຊັງຕີນ.

        ທ່ານປະທານສະພາເອີຣົບ Donald Tusk  ໃຫ້ຮູ້ວ່າ ຂໍ້ຕົກລົງ Brexit ດັ່ງກ່າວ ແມ່ນຄວາມເປັນໄປໄດ້ດີທີ່ສຸດ, ຄວາມຈິງແລ້ວ ແມ່ນຄວາມເປັນໄປໄດ້ໜຶ່ງດຽວ. ເຖິງຢ່າງໃດກໍຕາມ, ຕາມທ່ານ Donald Tusk  ແລ້ວ, ຖ້າຫາກຂໍ້ຕົກລົງດັ່ງກ່າວຖືກ ສະພາແຫ່ງຊາດອັງກິດ ປະຕິເສດ ແມ່ນມີພຽງສິດເລືອກດຽວ ນັ້ນແມ່ນບໍ່ມີຂໍ້ຕົກລົງໃດ ຫຼື ບໍ່ຖອນຕົວອອກຈາກ ອີຢູ່. ທ່ານ Donald Tusk   ໃຫ້ຄໍາໝັ້ນສັນຍາວ່າ ອີຢູ ໄດ້ກຽມພ້ອມເພື່ອປະເຊີນໜ້າກັບທຸກກໍລະນີ.

ຕອບກັບ

ຂ່າວ/ບົດ​ອື່ນ