ອີຢູ ພ້ອມແລ້ວທີ່ຈະເລື່ອນກໍານົດເວລາ ອັງກິດ ຖອນຕົວອອກຈາກ ອີຢູ ຢ່າງເປັນທາງການ

(VOVWORLD) -ອີຢູ ປາດຖະໜາຢາກເລື່ອນວັນເວລາກໍານົດດັ່ງກ່າວໄປຮອດເດືອນພຶດສະພາ ພານຫຼັງການເລືອກຕັ້ງລັດຖະສະພາເອີຣົບ

ວັນທີ 24 ມັງກອນ, ທ່ານນາຍົກລັດຖະມົນຕີ ໂອຕາລິດ Sebastian Kurz ແຈ້ງໃຫ້ ອັງກິດ ຮັບຊາບວ່າ ສະຫະພາບເອີຣົບ (ອີຢູ) ພ້ອມແລ້ວທີ່ຈະເລື່ອນກໍານົດເວລາ ອັງກິດ ຖອນຕົວອອກຈາກ ສະຫະພາບເອີຣົບ ຢ່າງເປັນທາງການ ເຊິ່ງໄດ້ຄາດວ່າ ຈະດໍາເນີນໃນວັນທີ 29 ມີນາ, ພ້ອມທັງຢັ້ງຢືນວ່າ ອີຢູ ປາດຖະໜາຢາກເລື່ອນວັນເວລາກໍານົດດັ່ງກ່າວໄປຮອດເດືອນພຶດສະພາ ພານຫຼັງການເລືອກຕັ້ງລັດຖະສະພາເອີຣົບ. ກ່າວຄໍາເຫັນທີ່ເວທີປາໄສເສດຖະກິດໂລກ ຢູ່ Davos, ປະເທດສະວິດ, ທ່ານນາຍົກລັດຖະມົນຕີ Kurz ໃຫ້ຮູ້ວ່າ ອີຢູ ໄດ້ກະກຽມ ເພື່ອປະຕິບັດທຸກສິ່ງທຸກຢ່າງທີ່ສາມາດ ເພື່ອຫຼີກລ້ຽງກໍລະນີ Brexit ບໍ່ມີຂໍ້ຕົກລົງ ຖ້າຫາກ ອັງກິດ ກໍປາດຖະໜາສິ່ງດັ່ງກ່າວ.

        ແລະກໍໃນວັນດຽວກັນ, ບັນດາສະມາຊິກລັດຖະສະພາແຖວໜ້າຂອງສະຫະພາບເອີຣົບ (ອີຢູ) ກ່າວເຕືອນວ່າ ຈະບໍ່ຮັບຮອງເອົາຂໍ້ຕົກລົງ ອັງກິດ ຖອນຕົວອອກຈາກ ອີຢູ, ຖ້າຫາກຂໍ້ຕົກລົງສະບັບດັ່ງກ່າວ ບໍ່ລະບຸບັນດາມາດຕາຮັບປະກັນໃນບັນຫາເສັ້ນຊາຍແດນຂອງ ອຽກລັງ.


ຕອບກັບ

ຂ່າວ/ບົດ​ອື່ນ