ອີ​ຢູ ມາ​ນະ​ພະ​ຍາ​ຍາມ​ຟື້ນ​ຟູ​ຂໍ້​ຕົກ​ລົງ​ນິວ​ເຄຼຍ ອີ​ຣານ

(VOVWORLD) -ອີຢູ ຕ້ອງຮັກສາການຕິດຕໍ່ພົວພັນທີ່ເປີດອົກເປີດໃຈ ແລະ ຟື້ນຟູ JCPOA ບົນພື້ນຖານການເຈລະຈາຮອບຕ່າງໆທີ່ຈັດຂຶ້ນຢູ່ນະຄອນ ວຽນ, ປະເທດ ໂອຕາລິດ.
ອີ​ຢູ ມາ​ນະ​ພະ​ຍາ​ຍາມ​ຟື້ນ​ຟູ​ຂໍ້​ຕົກ​ລົງ​ນິວ​ເຄຼຍ ອີ​ຣານ - ảnh 1ຜູ້ຕາງໜ້າຂັ້ນສູງຮັບຜິດຊອບດ້ານນະໂຍບາຍຄວາມໝັ້ນຄົງ ແລະ ພົວພັນຕ່າງປະເທດຂອງ ສະຫະພາບເອີຣົບ (ອີຢູ) ທ່ານ Josep Borrell (ພາບ: AFP/TTXVN)

ວັນທີ 20 ທັນວາ, ຜູ້ຕາງໜ້າຂັ້ນສູງຮັບຜິດຊອບດ້ານນະໂຍບາຍຄວາມໝັ້ນຄົງ ແລະ ພົວພັນຕ່າງປະເທດຂອງ ສະຫະພາບເອີຣົບ (ອີຢູ) ທ່ານ Josep Borrell  ໄດ້ຢັ້ງຢືນວ່າ ກຸ່ມນີ້ຈະສືບຕໍ່ຮ່ວມມືກັບ ອີຣານ ເພື່ອຟື້ນຟູຂໍ້ຕົກລົງນິວເຄຼຍ ອີຣານ ປີ 2015 (ແຜນການດຳເນີນງານຮ່ວມຮອບດ້ານ - JCPOA). ທ່ານ Josep Borrell  ໃຫ້ຮູ້ວ່າ ຕົນເອງໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ອີຣານ Hossein Amirabdollahian ຢູ່ ຈໍແດນ ໃນສະພາບທີ່ການພົວພັນລະຫວ່າງ ອີຣານ - ອີຢູ ພວມຊົ່ວຮ້າຍລົງ. ອີຢູ ຕ້ອງຮັກສາການຕິດຕໍ່ພົວພັນທີ່ເປີດອົກເປີດໃຈ ແລະ ຟື້ນຟູ JCPOA ບົນພື້ນຖານການເຈລະຈາຮອບຕ່າງໆທີ່ຈັດຂຶ້ນຢູ່ນະຄອນ ວຽນ, ປະເທດ ໂອຕາລິດ.

        ກ່ອນໜ້ານັ້ນ, ວັນທີ 19 ທັນວາ, ທ່ານ Kamal Kharazi - ທີ່ປຶກສາຂັ້ນສູງຂອງການນຳສູງສຸດ ອີຣານ Alikhammenei ໃຫ້ຮູ້ວ່າ ເຕເຮຣານ ພ້ອມແລ້ວທີ່ຈະປະຕິບັດບັນດາຄຳໝັ້ນສັນຍາໃນ JCPOA ຄືນໃໝ່. ຕາມທ່ານແລ້ວ, ປັດຈຸບັນ ຍັງເຫຼືອແຕ່ການຕິດຕາມກວດກາບັນຫາທີ່ຍັງຄົງຄ້າງ, ພ້ອມທັງຫວັງວ່າ ບັນຫານີ້ ຈະໄດ້ຮັບການແກ້ໄຂໃນການຢ້ຽມຢາມ, ເຮັດວຽກຄັ້ງຈະມາເຖິງຂອງບັນດານັກຊ່ຽວຊານຂຶ້ນກັບອົງການພະລັງງານປະລະມານູສາກົນ (IAEA) ຢູ່ນະຄອນຫຼວງ ເຕເຮຣານ ຂອງ ອີຣານ.

ຕອບກັບ

ຂ່າວ/ບົດ​ອື່ນ