ອີຢູ່ ຢັ້ງຢືນຂໍ້ຕົກລົງນິວເຄຼຍກັບ ອີຣານ ພວມເສີມຂະຫຍາຍປະສິດທິຜົນ

(VOVWORLD) - ອັງກິດ, ຝະຣັ່ງ, ເຢຍລະມັນ ພ້ອມກັບຄູ່ຕຳແໜ່ງ ອີຣານ ທ່ານ Javad Zarif ມີການປະຊຸມຢູ່ ບຣຸກແຊນ ພາຍໃຕ້ການເປັນປະທານຂອງຜູ້ຕາງໜ້າຂັ້ນສູງສະຫະພາບ ເອີຣົບ (ອີຢູ) 
ອີຢູ່ ຢັ້ງຢືນຂໍ້ຕົກລົງນິວເຄຼຍກັບ ອີຣານ ພວມເສີມຂະຫຍາຍປະສິດທິຜົນ - ảnh 1ທ່ານ Javad Zarif ທີ່ການປະຊຸມ (ພາບ: AFP/TTXVN) 

ວັນທີ 11 ມັງກອນ, ທີ່ ບຣຸກແຊນ ປະເທດ ແບນຊິກ, ບັນດາລັດຖະມົນຕີການຕ່າງປະເທດຂອງ ອັງກິດ, ເຢຍລະມັນ ແລະ ຝະຣັ່ງ ຢັ້ງຢືນວ່າ ຂໍ້ຕົກລົງນິວເຄຼຍລະຫວ່າງ ອີຣານ ແລະ ກຸ່ມ P5+1 (ລວມມີ: ອາເມລິກາ, ອັງກິດ, ຝະຣັ່ງ, ລັດເຊຍ, ຈີນ ແລະ ເຢຍລະມັນ) ບັນລຸໄດ້ເມື່ອປີ 2015,  ຍັງເອີ້ນວ່າ ແຜນການດຳເນີນງານຮອບດ້ານຮ່ວມ (JCPOA), ສວມບົດບາດເປັນແກ່ນສານ ເພື່ອຈຳກັດໂຄງການພັດທະນານິວເຄຼຍຂອງ ອີຣານ.
ລັດຖະມົນຕີການຕ່າງປະເທດ 3 ປະເທດ: ອັງກິດ, ຝະຣັ່ງ, ເຢຍລະມັນ ພ້ອມກັບຄູ່ຕຳແໜ່ງ ອີຣານ ທ່ານ Javad Zarif ມີການປະຊຸມຢູ່ ບຣຸກແຊນ ພາຍໃຕ້ການເປັນປະທານຂອງຜູ້ຕາງໜ້າຂັ້ນສູງສະຫະພາບ ເອີຣົບ (ອີຢູ) ກ່ຽວກັບນະໂຍບາຍປ້ອງກັນຄວາມສະຫງົບ ແລະ ການພົວພັນຕ່າງປະເທດ ທ່ານນາງ Federica Mogherini ເພື່ອຢັ້ງຢືນຄືນໃໝ່ການສະໜັບສະໜູນສຳລັບ JCPOA ກ່ອນຈຸດເວລາທີ່ທ່ານປະທານາທິບໍດີ ອາເມລິກາ ອອກຂໍ້ຕົກລົງຮັດກຸມບັນດາມາດຕະການລົງໂທດແນໃສ່ ອີຣານ.
ແລະກໍ່ໃນການປະຊຸມ, ບັນດາປະເທດ ອັງກິດ, ຝະຣັ່ງ, ເຢຍລະມັນ ແລະ ອີຢູ ຮຽກຮ້ອງ ອາເມລິກາ ຮັກສາ JCPOA ແລະ ຢືນຢັນວ່າ ອີຣານ ມີສິດໄດ້ຮັບຜົນປະໂຫຍດ ຈາກເລື່ອງຍົກເລີກບັນດາຄຳສັ່ງລົງໂທດ.

ຕອບກັບ

ຂ່າວ/ບົດ​ອື່ນ