ອີຢູ ຢັ້ງຢືນເປັນຄູ່ຮ່ວມມືໄວ້ເນື້ອເຊື່ອໃຈຂອງ ກູບາ

(VOVWORLD) - ສະຫະພາບ ເອີຣົບ (ອີຢູ) ແມ່ນຄູ່ຮ່ວມມືໄວ້ເນື້ອເຊື່ອໃຈ ແລະ ໝັັ້ນຄົງ, ສາມາດໜູນຊ່ວຍຢ່າງຕັ້ງໜ້າ ໃຫ້ ກູບາ ໃນວິວັດການອັບເດັດຮນູບແບບເສດຖະກິດ.
ອີຢູ ຢັ້ງຢືນເປັນຄູ່ຮ່ວມມືໄວ້ເນື້ອເຊື່ອໃຈຂອງ ກູບາ - ảnh 1ທ່ານນາງ Federica Mogherini ເຮັດວຽກກັບເຈົ້າໜ້າທີ່ ກູບາ (ພາບ: AFP/TTXVN)

ນີ້ແມ່ນຖະແຫຼງການ ຊຶ່ງຜູ້ຕາງໜ້າຂັ້ນສູງ ຮັບຜິດຊອບນະໂຍບາຍການຕ່າງປະເທດ ແລະ ຄວາມສະຫງົບຂອງ ອີຢູ ທ່ານນາງ Federica Mogherini ຍົກອອກມາໃນການຢ້ຽມຢາມ ລາ ຮາບານາ ຢ່າງເປັນທາງການທີ່ແກ່ຍາວເປັນເວລາ 2 ວັນ, ເຊິ່ງຫາກໍ່ສິ້ນສຸດໃນວັນທີ 05 ມັງກອນ. ໃນການຢ້ຽມຢາມ, ຜູ້ຕາງໜ້າຂັ້ນສູງ ອີຢູ ມີການເຂົ້າຢ້ຽມຂ່ຳນັບທ່ານປະທານ ກູບາ Raul Castro, ເຈລະຈາກັບທ່ານລັດຖະມົນຕີການຕ່າງປະເທດ Bruno Rodriguez. 2 ຝ່າຍຮັບຮູ້ບັນດາຄວາມກ້າວໜ້າສະດວກກໍ່ຄືແງ່ຫວັງພັດທະນາການພົວພັນ 2 ຝ່າຍ ພາຍຫລັງສັນຍາເຈລະຈາດ້ານການເມືອງ ແລະ ການຮ່ວມມື (PDCA) ເລີ່ມມີຜົນສັກສິດແຕ່ເດືອນ ກຸມພາ 2017. ທ່ານນາງ Federica Mogherini ຢືນຢັນວ່າ: ອີຢູ ມີທັດສະນະ ແລະ ທິດນຳສະເໝີຕົ້ນສະເໝີປາຍ ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ເພື່ອໃຫ້ ກູບາ ສາມາດພ້ອມກັນຮ່ວມມືໃນວິວັດການພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ