ອີຢູ ຢືນຢັນທຸກຝ່າຍໃຫ້ຄຳໝັ້ນສັນຍາຮັກສາຂໍ້ຕົກລົງນິວເຄຼຍ ອີຣານ

(VOVWORLD) - ວັນທີ 03 ສິງຫາ ສະຫະພາບ ເອີຣົບ (ອີຢູ) ຢືນຢັນວ່າ ທຸກຝ່າຍເຂົ້າຮ່ວມຂໍ້ຕົກລົງໂຄງການດຳເນີນງານລວມຮອບດ້ານ (JPCOA) ຈະໃຫ້ຄຳໝັ້ນສັນຍາຕໍ່ເນື້ອໃນຂໍ້ຕົກລົງ
ອີຢູ ຢືນຢັນທຸກຝ່າຍໃຫ້ຄຳໝັ້ນສັນຍາຮັກສາຂໍ້ຕົກລົງນິວເຄຼຍ ອີຣານ - ảnh 1 (ສະຫະພາບເອີລົບ / ພາບປະກອບ)

ໂດຍບໍ່ຫົວຊາຕໍ່ເລື່ອງ ເຕເຮຣານ ກ່າວຫາບັນດາຄຳສັ່ງລົງໂທດໃໝ່ຂອງ ອາເມລິກາ ແມ່ນລະເມີດເອກະສານນີ້. ວັນທີ 2 ສິງຫາ, ອາເມລິກາ ໄດ້ນຳໃຊ້ບັນດາຄຳສັ່ງລົງໂທດໃໝ່ ທີ່ເລັ່ງໃສ່ໂຄງການລູກສອນໄຟນຳວິຖີຂອງ ອີຣານ, ການໜູນຊ່ວຍໃຫ້ກຳລັງ Hezbolloah ຢູ່ Liban ເຊິ່ງແມ່ນກຸ່ມທີ່ ວໍຊິງຕັນ ຈັດເຂົ້າໃນບັນຊີລາຍຊື່ອົງການກໍ່ການຮ້າຍ. ໂຕ້ຕອບຄືນ, ເຕເຮຣານ ໄດ້ຢືນຢັນວ່າ ບັນດາມາດຕະການລົງໂທດໃໝ່ຂອງ ອາເມລິກາ ແມ່ນລະເມີດຂໍ້ຕົກລົງ JPCOA, ໃນນັ້ນ ຮຽກຮ້ອງບັນດາປະເທດມະຫາອຳນາດຜ່ອນຜັນຄຳສັ່ງລົງໂທດ ເພື່ອປ່ຽນແທນ ເລື່ອງ ອີຣານ ຢຸດຕິໂຄງການນິວເຄຼຍຂອງຕົນ. ກ່ອນໜ້ານັ້ນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ນາບຂູ່ເປັນຫລາຍຄັ້ງວ່າ ຈະຍົກເລິກຂໍ້ຕົກລົງປະຫວັດສາດ ເຊິ່ງ ເຕເຮຣານ ແລະ ກຸ່ມ P5+1 (ລວມມີ ອາເມລິກາ, ລັດເຊຍ, ອັງກິດ, ຝະລັ່ງ, ຈີນ ແລະ ເຢຍລະມັນ) ບັນລຸໄດ້ເມື່ອປີ 2015.

ຕອບກັບ

ຂ່າວ/ບົດ​ອື່ນ