ອີ​ຢູ ລະ​ດົມງົບ​ປະ​ມານ​ຕື່ມ​ອີກ 20 ຕື້ ເອີ​ໂຣ ແກ່​ແຜນ​ການຫຼຸດ​ຜ່ອນ​ການ​​ເອື່ອຍ​ອີ່ງ​ໃສ່ນໍ​້າ​ມັນ​ອາຍ​ແກັດ​​ຈາກ ລັດ​ເຊຍ

(VOVWORLD) - ສະຫະພາບເອີຣົບ (ອີຢູ) ຈະລະດົມທຶນຕື່ມອີກ 20 ຕື້ ເອີໂຣ ຈາກບັນດາຕະຫຼາດກາດບອນ ເພື່ອຊ່ວຍອຸປະຖຳໃຫ້ແກ່ແຜນການຢຸດຕິການອາໄສຂອງກຸ່ມນີ້ ເຂົ້າໃນເຊື້ອເພີງຟອກຊິວຂອງ ລັດເຊຍ.
ອີ​ຢູ ລະ​ດົມງົບ​ປະ​ມານ​ຕື່ມ​ອີກ 20 ຕື້ ເອີ​ໂຣ ແກ່​ແຜນ​ການຫຼຸດ​ຜ່ອນ​ການ​​ເອື່ອຍ​ອີ່ງ​ໃສ່ນໍ​້າ​ມັນ​ອາຍ​ແກັດ​​ຈາກ ລັດ​ເຊຍ - ảnh 1(ພາບ: Getty Images)

ຕາມຂໍ້ຕົກລົງດ້ານການເມືອງທີ່ບັນລຸໄດ້ໃນວັນທີ 14 ທັນວາ, ສະຫະພາບເອີຣົບ (ອີຢູ) ຈະລະດົມທຶນຕື່ມອີກ 20 ຕື້ ເອີໂຣ ຈາກບັນດາຕະຫຼາດກາກບອນ ເພື່ອຊ່ວຍອຸປະຖຳໃຫ້ແກ່ແຜນການຢຸດຕິການເອື່ອຍອີ່ງໃສ່ຂອງກຸ່ມນີ້ ເຂົ້າໃນເຊື້ອເພີງຟອກຊິວຂອງ ລັດເຊຍ. ບັນດານັກເຈລະຈາຂອງບັນດາປະເທດສະມາຊິກ ອີຢູ ແລະ ສະຫະລັດເອີຣົບ ໄດ້ເຫັນດີຕໍ່ການນຳໃຊ້ 60% ງົບປະມານດັ່ງກ່າວທີ່ໄດ້ລະດົມຈາກກອງທຶນປ່ຽນແປງໃໝ່ ອີຢູ, ປັດຈຸບັນ, ສ່ວນໜຶ່ງງົບປະມານທີ່ໄດ້ມາຈາກຕະຫຼາດກາກບອນ ໄດ້ນຳໃຊ້ເຂົ້າໃນຂົງເຂດເຕັກໂນໂລຢີ “ສີຂຽວ” ທີ່ມີລັກສະນະກະໂດດຂັ້ນ. ໃນຂະນະນັ້ນ, 40% ທີ່ຍັງເຫຼືອ ຈະໄດ້ລະດົມຈາກການຂາຍ ໃບອະນຸຍາດປ່ອຍອາຍພິດ CO2 ທີ່ໄດ້ອອກກ່ອນທີ່ແຜນການດັ່ງກ່າວໄດ້ຈັດຕັ້ງຜັນຂະຫຍາຍ.

        ຂໍ້ຕົກລົງດັ່ງກ່າວ ຈະມີຜົນສັກສິດຢ່າງເປັນທາງການໃນປີ 2023. ບັນດານັກເຈລະຈາ ອີຢູ ກໍຄາດວ່າ ຈະບັນລຸໄດ້ຂໍ້ຕົກລົງສະບັບໜຶ່ງໃນທ້າຍອາທິດນີ້ ເພື່ອດຳເນີນການປະຕິຮູບຄັ້ງໃຫຍ່ສຳລັບຕະຫຼາດ ກາກບອນ. ນີ້ແມ່ນເນື້ອໃນຈຸດສຸດໃນເປົ້າໝາຍຂອງ ອີຢູ ເພື່ອແນໃສ່ຮອດປີ 2030 ຈະຫຼດປະລິມານປ່ອຍອາຍພິດເຮືອນແກ້ວລົງ 55% ເມື່ອທຽບໃສ່ລະດັບຂອງປີ 1990.

ຕອບກັບ

ຂ່າວ/ບົດ​ອື່ນ