ອີ​ຢູ ລະດົມ​ເງິນ​ຈໍານວນ​ກວ່າ 900 ລ້ານ USD ​ເພື່ອ​ຊ່ວຍ ອາຊຽນ ປ້ອງ​ກັນ ​ແລະ ຕ້ານ​ໂລກລະບາດ​ໂຄ​ວິດ - 19

(VOVWORLD) -ສະຫະພາບເອີຣົບ ແຈ້ງໃຫ້ຊາບວ່າ ໄດ້ລະດົມບ້ວງເງິນໜູນຊ່ວຍ “ກຸ່ມເອີຣົບ” ມີມູນຄ່າກວ່າ 800 ລ້ານເອີໂຣ (920 ລ້ານ USD) ເພື່ອແນໃສ່ໜູນຊ່ວຍບັນດາປະເທດ ອາຊຽນ ແກ້ໄຂວິກິດການດ້ານສາທາລະນະສຸກໃນສະເພາະໜ້າ.

        ວັນທີ 21 ກໍລະກົດ, ສະຫະພາບເອີຣົບ ແຈ້ງໃຫ້ຊາບວ່າ ໄດ້ລະດົມບ້ວງເງິນໜູນຊ່ວຍ “ກຸ່ມເອີຣົບ” ມີມູນຄ່າກວ່າ 800 ລ້ານເອີໂຣ (920 ລ້ານ USD) ເພື່ອແນໃສ່ໜູນຊ່ວຍບັນດາປະເທດ ອາຊຽນ ແກ້ໄຂວິກິດການດ້ານສາທາລະນະສຸກໃນສະເພາະໜ້າ, ເພີ່ມທະວີບັນດາລະບົບສາທາລະນະ, ນໍ້າສະອາດ ແລະ ອະນາໄມ ກໍຄືຫຼຸດຜ່ອນບັນດາຜົນກະທົບຈາກໂລກລະບາດ ໂຄວິດ - 19 ຕໍ່ພື້ນຖານເສດຖະກິດ - ສັງຄົມ. ບ້ວງເງິນດັ່ງກ່າວ ແມ່ນ ອີຢູ ໄດ້ ໄດ້ສົມທົບໃສ່ກັບບັນດາແຫຼ່ງກໍາລັງຂອງຕົນ, ຂອງບັນດາປະເທດສະມາຊິກ ແລະ ບັນດາອົງການການເງິນ.

        ເອກອັກຄະລັດຖະທູດ ອີຢູ ປະຈໍາ ອາຊຽນ, ທ່ານ Igor Driesmans ໃຫ້ຮູ້ວ່າ ບ້ວງເງິນດັ່ງກ່າວ ໄດ້ຮັບການຜັນຂະຫຍາຍຜ່ານ ອົງການອະນາໄມໂລກ (WHO).


ຕອບກັບ

ຂ່າວ/ບົດ​ອື່ນ