ອີຢູ ສົ່ງສັນຍານຈະໜູນຊ່ວຍໃຫ້ແກ່ ຢູແກຼນ ຢ່າງຍາວນານ

(VOVWORLD) - ນີ້ແມ່ນ “ການປະຊຸມຄັ້ງປະຫວັດສາດ” ຂອງບັນດາລັດຖະມົນຕີການຕ່າງປະເທດ ອີຢູ ຢູ່ ຢູແກຼນ - “ຜູ້ສະໝັກເລືອກຕັ້ງ ແລະ ເປັນສະມາຊິກຂອງ ອີຢູ ໃນອະນາຄົດ”.
ອີຢູ ສົ່ງສັນຍານຈະໜູນຊ່ວຍໃຫ້ແກ່ ຢູແກຼນ ຢ່າງຍາວນານ - ảnh 1ທ່ານ Josep Borrell ຜູ້ຕາງໜ້າຂັ້ນສູງ ອີຢູ ແລະ ທ່ານ Dmytro Kuleba ລັດຖະມົນຕີການຕ່າງປະເທດ ຢູແກຼນ
(ພາບ: Reuters)

          ວັນທີ 02 ຕຸລາ, ສະຫະພາບເອີລົບ (ອີຢູ) ໄດ້ສົ່ງສັນຍານໜູນຊ່ວຍໃຫ້ແກ່ ຢູແກຼນ ຢ່າງຍາວນານ, ເມື່ອລັດຖະມົນຕີການຕ່າງປະເທດບັນດາປະເທດຂອງກຸ່ມໄດ້ມີການປະຊຸມກຸ່ມເປັນຄັ້ງທຳອິດຢູ່ນະຄອນຫຼວງ Kiev. ໃນຖະແຫຼງການຂອງຕົນ, ຜູ້ຕາງໜ້າຂັ້ນສູງ ອີຢູ ຮັບພິດຊອບນະໂຍບາຍຄວາມໝັ້ນຄົງ ແລະ ການຕ່າງປະເທດ ອີຢູ ທ່ານ Josep Borrell ຊີ້ແຈ້ງວ່າ, ນີ້ແມ່ນ “ການປະຊຸມຄັ້ງປະຫວັດສາດ” ຂອງບັນດາລັດຖະມົນຕີການຕ່າງປະເທດ ອີຢູ ຢູ່ ຢູແກຼນ - “ຜູ້ສະໝັກເລືອກຕັ້ງ ແລະ ເປັນສະມາຊິກຂອງ ອີຢູ ໃນອະນາຄົດ”. ທ່ານໄດ້ເນັ້ນໜັກເຖິງຈຸດປະສົງຂອງກອງປະຊຸມແມ່ນເພື່ອສະແດງການສະໜັບສະໜູນຂອງ ອີຢູ ສຳລັບ ຢູແກຼນ, ພ້ອມທັງຍອມຮັບວ່າ, ກອງປະຊຸມ "ບໍ່ແມ່ນເພື່ອບັນລຸໄດ້ບັນດາຂໍ້ສະຫຼຸບ ແລະ ຂໍ້ຕົກລົງລະອຽດ".

          ທ່ານລັດຖະມົນຕີການຕ່າງປະເທດ ຢູແກຼນ Dmytro Kuleba ໄດ້ຊົມເຊີຍກອງປະຊຸມຄັ້ງນີ້ແມ່ນສັນຍານສຳຄັນສະແດງໃຫ້ເຫັນການສະໜັບສະໜູນຂອງ ອີຢູ ສຳລັບ Kiev. ທ່ານເນັ້ນໜັກວ່າ, ນີ້ແມ່ນຄັ້ງທຳອິດທີ່ບັນດາລັດຖະມົນຕີການຕ່າງປະເທດ ອີຢູ ໄດ້ຈັດກອງປະຊຸມກຸ່ມຢູ່ນອກເຂດຊາຍແດນ ອີຢູ.

          ມາຮອດປະຈຸບັນ, 27 ປະເທດສະມາຊິກ ອີຢູ ຍັງສະແດງການສະໜັບສະໜູນຢູແກຼນ ແລະ ເບີກຈ່າຍເງິນນັບຕື້ເອີໂຣເພື່ອຊື້ອາວຸດໃຫ້ Kiev. ເຖິງຢ່າງໃດກໍຕາມ, ນັບມື້ນັບມີຄວາມເປັນຫ່ວງຕໍ່ກ່ຽວກັບຄວາມບໍ່ລົງລອຍກັນລະຫວ່າງບັນດາປະເທດສະມາຊິກໃນສຳພັນທະມິດນີ້ທີ່ກ່ຽວຂ້ອງເຖິງການສະໜັບສະໜູນ ຢູແກຼນ.

ຕອບກັບ

ຂ່າວ/ບົດ​ອື່ນ