ອີ​ຢູ ສືບ​ຕໍ່​ຊ່ວຍ​ເຫຼືອ​ດ້ານ​ການ​ເງິນ​ໃຫ້​ແກ່ ຢູ​ແກຼນ

(VOVWORLD) -ທ່ານລັດຖະມົນຕີກະຊວງການເງິນຂອງບັນດາປະເທດ ສະຫະພາບເອີຣົບ (ອີຢູ) ຜ່ານແຜນການປ່ອຍເງິນ 1 ຕື້ ເອີໂຣ ເພື່ອຊ່ວຍເຫຼືອດ້ານການເງິນໃຫ້ແກ່ ຢູແກຼນ.
ອີ​ຢູ ສືບ​ຕໍ່​ຊ່ວຍ​ເຫຼືອ​ດ້ານ​ການ​ເງິນ​ໃຫ້​ແກ່ ຢູ​ແກຼນ - ảnh 1ປະຊາຊົນ ອົບພະຍົບຫຼົບອອກຈາ ກ Mariupol (ຢູແກຼນ) ໃນວັນທີ 28/4/2022 (ພາບ: THX/TTXVN)

ວັນທີ 12 ກໍລະກົດ, ທ່ານລັດຖະມົນຕີກະຊວງການເງິນຂອງບັນດາປະເທດ ສະຫະພາບເອີຣົບ (ອີຢູ) ຜ່ານແຜນການປ່ອຍເງິນ 1 ຕື້ ເອີໂຣ ເພື່ອຊ່ວຍເຫຼືອດ້ານການເງິນໃຫ້ແກ່ ຢູແກຼນ. ນີ້ແມ່ນສ່ວນໜຶ່ງໃນບ້ວງເງິນຊ່ວຍ 9 ຕື້ ເອີໂຣ ໃຫ້ Kiev ເຊິ່ງບັນດາການນຳ ອີຢູ ໄດ້ເຫັນດີເປັນເອກະພາບໃນກອງປະຊຸມສຸດຍອດ ເມື່ອເດືອນ ພຶດສະພາຜ່ານມາ.

        ທ່ານ Zbynek Stajura, ລັດຖະມົນຕີກະຊວງການເງິນ ສ.ເຊັກໂກ, ເຊິ່ງເປັນປະເທດປະທານໝູນວຽນ ອີຢູ, ຖືວ່າ ແຜນການປ່ອຍເງິນຄັ້ງນີ້ ຈະຊ່ວຍໃຫ້ ຢູແກຼນ ມີແຫຼ່ງເງິນທີ່ຈຳເປັນເພື່ອແກ້ໄຂບັນຫາບັນດາທີ່ຈຳເປັນ ແລະ ຮີບດ່ວນ ແລະ ນຳໃຊ້ບັນດາພື້ນຖານໂຄງລ່າງທີ່ສຳຄັນ. ໃນຂະນະນັ້ນ, ສ່ວນທີ່ຍັງເຫຼືອຂອງບັນດາບ້ວງເງິນໜູນຊ່ວຍ 9 ຕື້ ເອີໂຣ ຍັງບໍ່ທັນປ່ອຍເງິນເທື່ອນັ້ນ ຍ້ອນວ່າ ຍັງມີບາງປະເທດຖົກຖຽງກັນວ່າ ຈະໃຫ້ ຢູແກຼນ ເຊັນສັນຍາກູ້ຢືມໄລຍະຍາວຫຼືບໍ.


ຕອບກັບ

ຂ່າວ/ບົດ​ອື່ນ