ອີ​ຢູ ສະໜັບສະໜູນ​ໃຫ້ສືບ​ຕໍ່ການ​ຈໍາ​ກັດຄົນ​ເຂົ້າ​ເມືອງ

(VOVWORLD) -ວັນທີ 8 ພຶດສະພາ, ຄະນະກໍາມະການເອີຣົບ (EC) ໃຫ້ຮູ້ວ່າ ອີຢູ ສະໜັບສະໜູນເລື່ອງໃຫ້ສືບຕໍ່ຈໍາກັດຄົນເຂົ້າເມືອງ ພາຍໃນ 30 ວັນ ຕື່ມອີກ, ໝາຍຄວາມວ່າ ຮອດກາງເດືອນ ມິຖຸນາ ເພື່ອແນໃສ່ສະກັດກັ້ນການແຜ່ລະບາດຂອງໂລກລະບາດໂຄວິດ - 19. 
ອີ​ຢູ ສະໜັບສະໜູນ​ໃຫ້ສືບ​ຕໍ່ການ​ຈໍາ​ກັດຄົນ​ເຂົ້າ​ເມືອງ - ảnh 1 ຊາຍແດນລະຫວ່າງ ໂປໂລຍ ກັບ ຢູແກຼນ ຢູ່ Dorohusk ໃນຍາມເກີດໂລກລະບາດ  (ພາບ: TTXVN)

        ປັດຈຸບັນ, ມີຢ່າງໜ້ອຍສຸດ 17 ປະເທດໃນເຂດ Schengen ນໍາໃຊ້ການຈໍາກັດການໄປມາຫຼາຍລະດັບແຕກຕ່າງກັນ. ຕາມທ່ານ Ylva Johansson ກໍາມະການເອີຣົບ ທີ່ຮັບຜິດຊອບກ່ຽວກັບບັບດາບັນຫາພາຍໃນກຸ່ມແລ້ວ, ບັນດາການຈໍາກັດກ່ຽວກັບການໄປມາຢ່າງເສລີ ແລະ ຄວບຄຸມຊາຍແດນພາຍໃນກຸ່ມ ຈະຄ່ອຍໆຍົກເລີກເທື່ອລະໜ້ອຍ ກ່ອນທີ່ຈະຍົກເລີກບັນດາມາດຕະການຄ້າຍຄືກັນສໍາລັບຊາຍແດນພາຍນອກ ແລະ ຮັບປະກັນສິດເຂົ້າເມືອງ ຍ້ອນບັນດາຈຸດປະສົງທີ່ບໍ່ຈໍາເປັນໃຫ້ແກ່ບັນດາຜູ້ຄົນທີ່ບໍ່ແມ່ນພົນລະເມືອງຂອງ ອີຢູ.

        ໃນວັນດຽວກັນ, ລັດຖະມົນຕີບັນດາປະເທດທີ່ນໍາໃຊ້ສະກຸນເງິນເອີໂຣ ໄດ້ຮັບຮອງເອົາຈໍານວນເງິນຂຶ້ນເຖິງ 240 ຕື້ ເອີໂຣ ຢ່າງເປັນທາງການ ເພື່ອໜູນຊ່ວຍບັນດາປະເທດເອີຣົບ ທີ່ພວມປະສົບກັບຄວາມຫຍຸ້ງຍາກ ຍ້ອນໂລກລະບາດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ