ອີ​ຢູ ອຸ​ປະ​ຖຳ​ມະ​ນຸດ​ສະ​ທຳ​ໃຫ້ ປ​ຊ​ຊ ເຂດ Sahel ແລະ Syria ຕື່ມ​ອີກ

(VOVWORLD) - ປີ 2021, ອີຢູ ໄດ້ຢັ້ງຢືນຄືນໃໝ່ ຕໍ່ການສະໜິດຕິດພັນກັບ Sahel ແລະ ຄວາມສຳຄັນຂອງສາຍພົວພັນຄູ່ຮ່ວມມືກັບພາກພື້ນນີ້.
ອີ​ຢູ ອຸ​ປະ​ຖຳ​ມະ​ນຸດ​ສະ​ທຳ​ໃຫ້ ປ​ຊ​ຊ ເຂດ Sahel ແລະ Syria ຕື່ມ​ອີກ - ảnh 1

 ແມ່ຍິງ ແລະ ເດັກນ້ອຍ Syria ຢູ່ຄ້າຍລີ້ໄພຢູ່ແຂວງ  Hasakeh (ພາບ: AFP/TTXVN)

   ວັນທີ 24 ທັນວາ, ອີຢູ ໄດ້ສະໜອງຈຳນວນເງິນອຸປະຖຳມະນຸດສະທຳຕື່ມອີກ 15 ລ້ານເອີໂຣ ໃຫ້ແກ່ເຂດ Sahel ຂອງອາຟຼິກກາ ເພື່ອຊ່ວຍໃຫ້ບັນດາປະເທດ ຮັບມືກັບວິກິດການດ້ານທັນຍາຫານທີ່ບໍ່ເຄີຍມີ ທີ່ໄດ້ສົ່ງຜົນສະທ້ອນຕໍ່ ປຊຊ ກ່ວາ 8.7 ລ້ານຄົນຢູ່ Burkina Faso, Mali, Niger ແລະ Mauritania. ທ່ານ Janez Lenarcic ກຳມະການຮັບຜິດຊອບການອຸປະຖຳມະນຸດສະທຳ ແລະ ແກ້ໄຂວິກິດການຂອງອີຢູ ໄດ້ເນັ້ນໜັກວ່າ ປີ 2021, ອີຢູ ໄດ້ຢັ້ງຢືນຄືນໃໝ່ ຕໍ່ການສະໜິດຕິດພັນກັບ Sahel ແລະ ຄວາມສຳຄັນຂອງສາຍພົວພັນຄູ່ຮ່ວມມືກັບພາກພື້ນນີ້. ການອຸປະຖຳມະນຸດສະທຳເພີ່ມເຕີມໃຫ້ແກ່ພາກພື້ນ ໄດ້ພິສູດໃຫ້ເຫັນຄວາມປາດຖະໜາຂອງ ອີຢູ ແມ່ນຢາກຊ່ວຍຕອບສະໜອງບັນດາຄວາມຕ້ອງການທີ່ນັບມື້ນັບເພີ່ມຂຶ້ນ ກໍ່ຄືການຂາດດຸນງົບປະມານຢູ່ Burkina Faso, Mali, Mauritania ແລະ Niger ແລະ ສະໜອງເງິນໜູນຊ່ວຍໃຫ້ ປຊຊ ທີ່ມີຄວາມສ່ຽງຢູ່ Sahel. 

 

ຕອບກັບ

ຂ່າວ/ບົດ​ອື່ນ