ອີຢູ, ອາຊຽນ ຈັດກອງປະຊຸມສຸດຍອດເພື່ອພັດທະນາລະບົບສະໜອງ

(VOVWORLD) -ກຸ່ມນີ້ຈະສະໜອງຂໍ້ຕົກລົງຮ່ວມມືດ້ານເສດຖະກິດ ແລະ ໃຫ້ການຊ່ວຍເຫຼືອດ້ານພື້ນຖານໂຄງລ່າງໃຫ້ແກ່ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້.
ອີຢູ, ອາຊຽນ ຈັດກອງປະຊຸມສຸດຍອດເພື່ອພັດທະນາລະບົບສະໜອງ - ảnh 1(ພາບປະກອບ: TTXVN)

ເປັນຄັ້ງທຳອິດ ສະຫະພາບ ເອີລົບ (ອີຢູ) ແລະ ອາຊຽນ ຈະຈັດກອງປະຊຸມສຸດຍອດບັນດາການນຳປະເທດສະມາຊິກ ຄາດວ່າໃນວັນທີ 14 ທັນວາ ຈະມາເຖິງ, ຢູ່ ບຣຸແຊນ, ປະເທດ ແບນຊິກ, ເພື່ອປຶກສາຫາລືກ່ຽວກັບເລື່ອງເປີດກວ້າງການໜູນຊ່ວຍດ້ານການຄ້າ ແລະ ພື້ນຖານໂຄງລ່າງເມື່ອ ອີຢູ ຊອກຫາວິທີເພີ່ມທະວີການພົວພັນກັບ ອາຊຽນ.

        ໜັງສືພິມ Nikkei ໄດ້ຄັດຄຳເວົ້າຂອງເຈົ້າໜ້າທີ່ ອີຢູ ທ່ານໜຶ່ງໂດຍໃຫ້ຮູ້ວ່າ ທີ່ກອງປະຊຸມນີ້, ອີຢູ ແລະ ອາຊຽນ ຢາກພັດທະນາລະບົບສະໜອງ. ໂລກລະບາດໄດ້ເຮັດໃຫ້ວິວັດການນຳເຂົ້າບັນດາຜະລິດຕະພັນການແພດ ແລະ ເຄື່ອງອາໄຫຼ່ລົດໂອໂຕເຂົ້າ ອີຢູ ຖືກຢຸດສະງັກ, ຍ້ອນເຫດນັ້ນ, ກຸ່ມນີ້ຈະສະໜອງຂໍ້ຕົກລົງຮ່ວມມືດ້ານເສດຖະກິດ ແລະ ໃຫ້ການຊ່ວຍເຫຼືອດ້ານພື້ນຖານໂຄງລ່າງໃຫ້ແກ່ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້. ອີຢູ ຈະສົ່ງເສີມບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ສຳເລັດບົດບາດຕົ້ນຕໍໃນລະບົບສະໜອງໃຫ້ແກ່ຝ່າຍຕາເວັນຕົກ, ໂດຍອີງໃສ່ “ພົວພັນແລກປ່ຽນ” ລະຫວ່າງບັນດາປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ