ອີຢູ ຮັດແໜ້ນຂໍ້ກຳນົດສຳລັບຊາວອົບພະຍົບຜິດກົດໝາຍ

(VOVWORLD) -ບັນດາການນຳ ອີຢູ ໄດ້ເນັ້ນໜັກສະພາບເຂົ້າເມືອງຜິດກົດໝາຍເພີ່ມຂຶ້ນວ່າ ແມ່ນສິ່ງທ້າທາຍຕໍ່ ເອີລົບ
ອີຢູ ຮັດແໜ້ນຂໍ້ກຳນົດສຳລັບຊາວອົບພະຍົບຜິດກົດໝາຍ - ảnh 1ທ່ານນາງປະທານຄະນະກຳມະການເອີລົບ Ursula von der Leyen
(ພາບປະກອບ: THX/TTXVN)

        ວັນທີ 10 ກຸມພາ, ທີ່ກອງປະຊຸມສຸດຍອດສະຫະພາບເອີລົບ (ອີຢູ) ຢູ່ ບຣຸກແຊນ, ປະເທດ ແບນຊິກ, ບັນດາການນຳ ອີຢູ ໄດ້ເຫັນດີນຳໃຊ້ບັນດາຂໍ້ກຳນົດຢ່າງເຄັ່ງຄັດກວ່າ ເພື່ອຄວບຄຸມຊາວອົບພະຍົບຜິດກົດໝາຍຢູ່ເຂດຊາຍແດນ, ຕາມນັ້ນແລ້ວ, ອາດຈະເນລະເທດບັນດາກໍລະນີຂໍລີ້ໄພຖືກປະຕິເສດ.

        ໃນເອກະສານທີ່ປະກາດໃນທ້າຍກອງປະຊຸມສຸດຍອດ ອີຢູ ແກ່ຍາວເປັນເວລາ 16 ຊົ່ວໂມງ, ບັນດາການນຳ ອີຢູ ໄດ້ເນັ້ນໜັກສະພາບເຂົ້າເມືອງຜິດກົດໝາຍເພີ່ມຂຶ້ນວ່າ ແມ່ນສິ່ງທ້າທາຍຕໍ່ ເອີລົບ, ຮຽກຮ້ອງຕ້ອງມີປະຕິກິລິຍາໃນທົ່ວທະວີບ. ກໍ່ທີ່ກອງປະຊຸມ, ບັນດາການນຳ ອີຢູ ບັນລຸໄດ້ຂໍ້ຕົກລົງຕໍ່ “ຫຼັກການ” ໜຶ່ງ, ຕາມນັ້ນແລ້ວ ປະເທດໜຶ່ງທີ່ຢູ່ໃນກຸ່ມສາມາດນຳໃຊ້ຄຳຕັດສິນຂອງສານຢູ່ປະເທດສະມາຊິກອື່ນເພື່ອເນລະເທດຊາວອົບພະຍົບຜິດກົດໝາຍກັບຄືນປະເທດທີ່ຈາກມາ. ມາຮອດປະຈຸບັນ, ອີຢູ ໄດ້ຮັບຜູ້ລີ້ໄພນັບລ້ານຄົນ ຍ້ອນການປະທະກັນຢູ່ ຢູແກຼນ, ຊີຣີ ແລະ ອາບການິດສະຖານ, ໃນຂະນະທີ່ພວມແກ້ໄຂໃບຂໍລີ້ໄພຂອງພົນລະເມືອງປະເທດອື່ນ.

ຕອບກັບ

ຂ່າວ/ບົດ​ອື່ນ