ອີຢູ ຮັບຮອງເອົາຂໍ້ລິເລີ່ມຊື້ລູກປືນລວມໜູນຊ່ວຍ ຢູແກຼນ

(VOVWORLD) -ບັນດາການນຳ ອີຢູ ໄດ້ຮັບຮອງເອົາຂໍ້ຕົກລົງສະໜອງ ລູກປືນໃຫ້ ຢູແກຼນ 4 ລ້ານລູກພາຍໃນເວລາ 12 ເດືອນທີ່ຈະມາເຖິງຢ່າງເປັນທາງການ.
ອີຢູ ຮັບຮອງເອົາຂໍ້ລິເລີ່ມຊື້ລູກປືນລວມໜູນຊ່ວຍ ຢູແກຼນ - ảnh 1(ພາບ: Reuters)

        ທີ່ກອງປະຊຸມສຸດຍອດສະຫະພາບເອີລົບ (ອີຢູ) ດຳເນີນຢູ່ ບຣຸກແຊນ, ປະເທດ ແບນຊິກ, ໃນວັນທີ 23 ມີນາ, ບັນດາການນຳ ອີຢູ ໄດ້ຮັບຮອງເອົາຂໍ້ຕົກລົງສະໜອງ ລູກປືນໃຫ້ ຢູແກຼນ 4 ລ້ານລູກພາຍໃນເວລາ 12 ເດືອນທີ່ຈະມາເຖິງຢ່າງເປັນທາງການ. ຕາມຂໍ້ຕົກລົງແລ້ວ, ຄະນະກຳມະການ ເອີລົບ ຈະສະໜອງ 1 ຕື້ເອີໂລ ໃຫ້ແກ່ບັນດາປະເທດ ອີຢູ ເພື່ອສະໜອງລູກປືນໃຫຍ່ 1 ລ້ານລູກໃຫ້ ຢູແກຼນ ທີ່ເອົາມາຈາກສາງຂອງບັນດາປະເທດນີ້. ນອກນັ້ນ, ຈະຈ່າຍຈຳນວນເງິນ 1 ຕື້ເອີໂລ ເພື່ອຊື້ລູກປືນລວມຕື່ມອີກ. ເລື່ອງສັ່ງຊື້ຈະໄດ້ຜັນຂະຫຍາຍແຕ່ເດືອນ ພຶດສະພາ ຈະມາເຖິງ. ນອກນັ້ນ, ທີ່ກອງປະຊຸມ, ການນຳບັນດາປະເທດ ອີຢູ ກໍ່ປຶກສາຫາລືມາດຕະການລົງໂທດໃໝ່ແນໃສ່ ລັດເຊຍ, ໃນນັ້ນ ຈະພິຈາລະນາເປັນພິເສດເຖິງການເຄື່ອນໄຫວດ້ານການຄ້າກັບ ມົດສະກູ ໂດຍຜ່ານປະເທດທີ 3 ຈຳນວນໜຶ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ