ອີຢູ ຮ້ອງຟ້ອງ ອາເມລິກາ ເຖິງ WTO ກ່ຽວກັບເລື່ອງຈັດວາງອັດຕາພາສີນຳເຂົ້າໃໝ່

(VOVWORLD) - ສະຫະພາບ ເອີຣົບ (ອີຢູ) ໄດ້ດຳເນີນບັນດາລະບຽບການນິຕິທຳຮ້ອງຟ້ອງ ອາເມລິກາ ເຖິງ ອົງການການຄ້າໂລກ (WTO),

ໃນສະພາບການທີ່ໄພສົງຄາມການຄ້າ ອາດຈະເກີດຂຶ້ນ ພາຍຫລັງ ອາເມລິກາ ຕັດສິນຈັດວາງອັດຕາພາສີນຳເຂົ້າໃໝ່ ສຳລັບບັນດາປະເພດສິນຄ້າ ອາລູມີນຽມ ແລະ ເຫຼັກກ້າຂອງ ອີຢູ, ເມັກຊີໂກ ແລະ ການາດາ.

        ວັນທີ 01 ມິຖຸນາ, ກ່າວຄຳເຫັນທີ່ກອງປະຊຸມຂ່າວຢູ່ ບຣຸກແຊນ (ແບນຊິກ), ທ່ານ Cecilia Malmstrom ກຳມະການການຄ້າ ອີຢູ ໃຫ້ຮູ້ວ່າ: ຄຳຕັດສິນດັ່ງກ່າວ ເພື່ອແນໃສ່ຮັບປະກັນໃຫ້ບັນດາຝ່າຍ ລ້ວນແຕ່ເຄົາລົບບັນດາລະບຽບຫຼັກການໃນລະບົບການຄ້າທົ່ວໂລກ.

        ວັນທີ 31 ພຶດສະພາ, ອາເມລິກາ ໄດ້ຖະແຫຼງການຈັດວາງອັດຕາພາສີໃໝ່ຢ່າງເປັນທາງການ, 10% ສຳລັບ ອາລູມີນຽມ ນຳເຂົ້າ ແລະ 25% ສຳລັບເຫຼັກກ້ານຳເຂົ້າຈາກ ອີຢູ, ການາດາ ແລະ ເມັກຊີໂກ ພາຍຫລັງຖືກຍົກເວັ້ນເປັນເວລາ 2 ເດືອນ.

ຕອບກັບ

ຂ່າວ/ບົດ​ອື່ນ