ອີຢູ ຮຽກຮ້ອງ ອີຣານ ຢຸດຕິການເພີ່ມທະວີການເຄື່ອນໄຫວເສີມທາດຢູລານຽມ

(VOVWORLD) -ໂຄສົກຂອງ ອີຢູ ຊີ້ແຈ້ງວ່າ ກຸ່ມນີ້ ຈະສືບຕໍ່ເລັ່ງທວງ ອີຣານ ຈົ່ງຢຸດຕິບັນດາການກະທໍາທີ່ເຮັດໃຫ້ຂໍ້ຕົກລົງນິວເຄຼຍຖືກຊຸດໂຊມລົງຕື່ມອີກ, ໃນນັ້ນ ມີຂໍ້ກໍານົດເສີມທາດ ຢູລານຽມຢູ່ລະດັບຕໍ່າ.
ອີຢູ ຮຽກຮ້ອງ ອີຣານ ຢຸດຕິການເພີ່ມທະວີການເຄື່ອນໄຫວເສີມທາດຢູລານຽມ - ảnh 1 ຂໍ້ຕົກລົງນິວເຄຼຍບັນລຸໄດ້ເມື່ອປີ 2015 (ພາບ: AFP/TTXVN)

 ສະຫະພາບເອີຣົບ (ອີຢູ) ຮຽກຮ້ອງ ອີຣານ ຢຸດຕິການເພີ່ມທະວີການເຄື່ອນໄຫວເສີມທາດຢູລານຽມ ໃນປັດຈຸບັນ ແລະ ປະຕິບັດຂໍ້ຕົກລົງນິວເຄຼຍປະຫວັດສາດທີ່ມີຊື່ວ່າ ແຜນການດໍາເນີນງານຮ່ວມຮອບດ້ານ (JCPOA) ທີ່ໄດ້ລົງນາມເມື່ອປີ 2015 ລະຫວ່າງ ອີຣານ ກັບກຸ່ມ P5+1 (ເຊິ່ງລວມມີ ອັງກິດ, ຝລັ່ງ, ລັດເຊຍ, ອາເມລິກາ, ຈີນ ແລະ ເຢຍລະມັນ).

        ວັນທີ 09 ກໍລະກົດ, ເມື່ອກ່າວຄໍາເຫັນຕໍ່ວົງການສື່ມວນຊົນ, ໂຄສົກຂອງ ອີຢູ ຊີ້ແຈ້ງວ່າ ກຸ່ມນີ້ ຈະສືບຕໍ່ເລັ່ງທວງ ອີຣານ ຈົ່ງຢຸດຕິບັນດາການກະທໍາທີ່ເຮັດໃຫ້ຂໍ້ຕົກລົງນິວເຄຼຍຖືກຊຸດໂຊມລົງຕື່ມອີກ, ໃນນັ້ນ ມີຂໍ້ກໍານົດເສີມທາດ ຢູລານຽມຢູ່ລະດັບຕໍ່າ. ອີຢູ ໄດ້ຍົກອອກຄໍາຮຽກຮ້ອງດັ່ງກ່າວ ພາຍຫຼັງ ອີຣານ ກໍານົດລະດັບເສີມທາດ ຢູລານຽມ ຂອງອີຣານ ລື່ນກາຍລະດັບ 4,5% ແລະ ລື່ນກາຍຫຼາຍ ເມື່ອທຽບໃສ່ລະດັບອະນຸຍາດຕາມຂໍ້ຕົກລົງ JCPOA.


ຕອບກັບ

ຂ່າວ/ບົດ​ອື່ນ