ອີ​ຢູ ຮຽກ​ຮ້ອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ສະ​ໜັບ​ສະ​ໜູນ​ແຜນ​ການ​ຟື້ນ​ຟູ​ເສດ​ຖ​ະ​ກິດ ພາຍຫຼັງ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ທ່ານ Paolo Gentiloni ກຳມະການຮັບຜິດຊອບດ້ານເສດຖະກິດຂອງ ສະຫະພາບເອີຣົບ (ອີຢູ) ຮຽກຮ້ອງໃຫ້ບັນດາປະເທດສະມາຊິກສະໜັບສະໜູນແຜນງົບປະມານ ແລະ ບ້ວງເງິນຟື້ນຟູເສດຖະກິດ ລວມມູນຄ່າ 1.800 ຕື້ ເອີໂຣ ເພື່ອແນໃສ່ໜູນຊ່ວຍບັນດາປະເທດສະມາຊິກທີ່ຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19. 
ອີ​ຢູ ຮຽກ​ຮ້ອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ສະ​ໜັບ​ສະ​ໜູນ​ແຜນ​ການ​ຟື້ນ​ຟູ​ເສດ​ຖ​ະ​ກິດ ພາຍຫຼັງ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ທ່ານ Paolo Gentiloni ກຳມະການຮັບຜິດຊອບດ້ານເສດຖະກິດຂອງ ສະຫະພາບເອີຣົບ(ພາບ:TTXVN) 

ວັນທີ 18 ພະຈິກ, ທ່ານ Paolo Gentiloni ກຳມະການຮັບຜິດຊອບດ້ານເສດຖະກິດຂອງ ສະຫະພາບເອີຣົບ (ອີຢູ) ຮຽກຮ້ອງໃຫ້ບັນດາປະເທດສະມາຊິກສະໜັບສະໜູນແຜນງົບປະມານ ແລະ ບ້ວງເງິນຟື້ນຟູເສດຖະກິດ ລວມມູນຄ່າ 1.800 ຕື້ ເອີໂຣ ເພື່ອແນໃສ່ໜູນຊ່ວຍບັນດາປະເທດສະມາຊິກທີ່ຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19. ທ່ານ Paolo Gentiloni ໄດ້ຍົກອອກຄຳຮຽກຮ້ອງດັ່ງກ່າວ ພາຍຫຼັງທີ່ ຮຸງກາຣີ ແລະ ໂປໂລ່ຍ ໄດ້ປະຕິເສດຕໍ່ແຜນງົບປະມານດັ່ງກ່າວ.

        ກ່ອນໜ້ານັ້ນ, ທັງການນຳ ຮຸງກາຣີ ແລະ ໂປໂລ່ຍລັງ ລ້ວນແຕ່ຝາກຈົດໝາຍເຖິງ ໄປຍັງ ເຢຍລະມັນ - ເຊິ່ງເປັນປະເທດປະທານ ໝູນວຽນ ອີຢູ  ພ້ອມດ້ວຍການນຳບັນດາປະເທດອື່ນ ຂອງ ອີຢູ, ໂດຍກ່າວເຕືອນວ່າຈະຢັບຢັ້ງແຜນງົບປະມານຂອງ ອີຢູ ຖ້າຫາກວ່າ ການປ່ອຍເງິນໃຫ້ບັນດາປະເທດສະມາຊິກ ໄດ້ກ່ຽວພັນກັບຂໍ້ກຳນົດປະຕິບັດຫຼັກການອຳນາດນິຕິບັນຍັດ. ວັນທີ 17 ພະຈິກ, ທ່ານນາຍົກລັດຖະມົນຕີ ສະໂລວາເນຍ Janez Jansa ກໍໄດ້ສະແດງການສະໜັບສະໜູນຕໍ່ທັດສະນະດັ່ງກ່າວ.


ຕອບກັບ

ຂ່າວ/ບົດ​ອື່ນ