ອີ​ຢູ ຮຽກ​ຮ້ອງ​ໃຫ້ ລັດ​ເຊຍ ຟື້ນ​ຟູ​ຂໍ້​ລິ​ເລີ່ມ​ທັນ​ຍາ​ພືດ​ທະ​ເລ​ດຳ

(VOVWORLD) - ທ່ານ Dombrovskis ໃຫ້ຮູ້ວ່າ: “ພວກຂ້າພະເຈົ້າສະໜັບສະໜູນທຸກຄວາມມານະພະຍາຍາມຂອງ ສປຊ ແລະ ຕວັກກີ ທີ່ກ່ຽວຂ້ອງເຖິງຂໍ້ລິເລີ່ມທັນຍາພືດທະເລດຳ.”
ອີ​ຢູ ຮຽກ​ຮ້ອງ​ໃຫ້ ລັດ​ເຊຍ ຟື້ນ​ຟູ​ຂໍ້​ລິ​ເລີ່ມ​ທັນ​ຍາ​ພືດ​ທະ​ເລ​ດຳ - ảnh 1ກ່ຳປັ່ນຂົນສົ່ງທັນຍາພືດລຽບຕາມແອວທະເລ  Bosphorus ຢູ່ Istanbul, ຕວັກກີ (ພາບເອກະສານ: AFP/TTXVN)

ວັນທີ 26 ສິງຫາ, ທ່ານ Valdis Dombrovskis ຮອງປະທານຄະນະກຳມະການເອີຣົບ ທັງເປັນກຳມະການການຄ້າ ຂອງສະຫະພາບເອີຣົບ (ອີຢູ) ໄດ້ຮຽກຮ້ອງໃຫ້ ລັດເຊຍ ຟື້ນຟູຂໍ້ລິເລີ່ມທັນຍາພືດທະເລດຳຄືນໃໝ່, ເຊິ່ງເປັນຂໍ້ຕົກລົງທີ່ອະນຸຍາດໃຫ້ທັນຍາພືດຂອງ ຢູແກຼນ ໄດ້ສົ່ງອອກຜ່ານທ່າກ່ຳປັ່ນຕ່າງໆຢູ່ ທະເລດຳ ຢ່າງປອດໄພ. ຄຳຮຽກຮ້ອງດັ່ງກ່າວ ໄດ້ຍົກອອກມາ ພາຍຫຼັງທີ່ ມົດສະກູ ຖອນຕົວອອກຈາກຂໍ້ຕົກລົງສະບັບນີ້ເມື່ອເດືອນກ່ອນ.

ກ່າວຄຳເຫັນຕໍ່ວົງການນັກຂ່າວ ຢູ່ນອກກອງປະຊຸມລັດຖະມົນຕີການຄ້າ ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍພົ້ນເດັ່ນແຖວໜ້າໂລກ (G20) ຢູ່ ອິນເດຍ, ທ່ານ Dombrovskis ໃຫ້ຮູ້ວ່າ: “ພວກຂ້າພະເຈົ້າສະໜັບສະໜູນທຸກຄວາມມານະພະຍາຍາມຂອງ ສປຊ ແລະ ຕວັກກີ ທີ່ກ່ຽວຂ້ອງເຖິງຂໍ້ລິເລີ່ມທັນຍາພືດທະເລດຳ.”

ຕອບກັບ

ຂ່າວ/ບົດ​ອື່ນ