ອີຢູ ເລີ່ມສົ່ງເສີມຂັ້ນຕອນນິຕິກຳຕໍ່ຮ່າງກົດໝາຍຂອງ ອັງກິດ ວ່າດ້ວຍ ອຽກລັງເໜືອ

(VOVWORLD) - ສອງຂັ້ນຕອນນີ້ອາດຈະພາໄປເຖິງການປັບໃໝຕາມຄຳຕັດສິນຂອງສານຍຸຕິທຳເອີລົບ ເຖິງວ່າຂັ້ນຕອນນິຕິກຳນີ້ອາດຈະແກ່ຍາວເປັນເວລາກ່ວາ 1 ປີ.
ອີຢູ ເລີ່ມສົ່ງເສີມຂັ້ນຕອນນິຕິກຳຕໍ່ຮ່າງກົດໝາຍຂອງ ອັງກິດ ວ່າດ້ວຍ ອຽກລັງເໜືອ - ảnh 1ການນຳ EC ເຮັດວຽກກັບລັດຖະມົນຕີການຕ່າງປະເທດ ອັງກິດ ກ່ຽວກັບເລື່ອງ ອັງກິດ ຕັດອອກຈາກ ອີຢູ
(ພາບ:AFP/TTXVN)

ວັນທີ 15 ມິຖຸນາ, ຄະນະກຳມະການເອີລົບ (EC) ໄດ້ເລີ່ມປະຕິບັດສອງຂັ້ນຕອນນິຕິກຳໃໝ່ຕ້ານຄືນ ອັງກິດ ພາຍຫຼັງທີ່ ລອນດອນ ພິຈາລະນາຄືນໃໝ່ທຸກໆຂໍ້ຕົກລົງດ້ານການຄ້າຫຼັງ Brexit ທີ່ໄດ້ລົງນາມແລ້ວກ່ຽວກັບ ອຽກລັງເໜືອ ພຽງລຳພັງຝ່າຍດຽວ.

        ສອງຂັ້ນຕອນນີ້ອາດຈະພາໄປເຖິງການປັບໃໝຕາມຄຳຕັດສິນຂອງສານຍຸຕິທຳເອີລົບ ເຖິງວ່າຂັ້ນຕອນນິຕິກຳນີ້ອາດຈະແກ່ຍາວເປັນເວລາກ່ວາ 1 ປີ. EC ແມ່ນອົງການຕິດຕາມກວດກາບັນດາການພົວພັນຂອງ ອັງກິດ ກັບສະຫະພາບເອີລົບ (EU) ເຊິ່ງລວມມີສະມາຊິກ 27 ປະເທດ. EC ຢັ້ງຢືນວ່າ: ອົງການນີ້ຍັງຢາກເຊື່ອມຕໍ່ການເຈລະຈາກັບ ອັງກິດ ເພື່ອແກ້ໄຂຄວາມຫຍຸ້ງຍາກໃນການຂົນສົ່ງບັນດາຜະລິດຕະພັນຂອງ ອັງກິດ ໄປຍັງອຽກລັງເໜືອ.

        ຕາມອະນຸສັນຍາ ອຽກລັງເໜືອ ແລ້ວ, ພາຍຫຼັງ ອັງກິດ ກ່ອນຕັດອອກຈາກ EU, ເຂດດິນແດນນີ້ສືບຕໍ່ເຄົາລົບບັນດາຂໍ້ກຳນົດຂອງຕະຫຼາດລວມ ເອີລົບ ເພື່ອແນໃສ່ຫຼີກລ້ຽງການສ້າງຕັ້ງເຂດຊາຍແດນກັບປະເທດ ອຽກລັງ, ເຊິ່ງເປັນສະມາຊິກຂອງ ອີຢູ. ເພື່ອຮັບປະກັນໃຫ້ສິນຄ້າຈາກເຂດທີ່ຍັງເຫຼືອໄປຍັງ ອຽກລັງເໜືອ ຕອບສະໜອງບັນດາມາດຖານ EU, ສອງຝ່າຍໄດ້ເຫັນດີເປັນເອກະພາບປະຕິບັດການຄວບຄຸມສິນຄ້າຈາກພາຍໃນ ອັງກິດ ກ່ອນທີ່ເຂົ້າໄປເຂດນີ້. ແຕ່ເຖິງຢ່າງໃດກໍ່ຕາມ, ນັບແຕ່ເມື່ອໝູນໃຊ້ມາແຕ່ຕົ້ນປີ 2021, ບັນດາການເຄື່ອນໄຫວຄວບຄຸມໄດ້ເຮັດໃຫ້ການຈໍລະຈອນຂອງສິນຄ້າຈາກ ອັງກິດ ໄປຍັງອຽກລັງເໜືອຖືກຊັກຊ້າລົງຢ່າງຮ້າຍແຮງ.

ຕອບກັບ

ຂ່າວ/ບົດ​ອື່ນ