ອີ​ຢູ ເລີ່ມ​ເບີກ​ຈ່າຍ​ບ້ວງ​ເງິນ​ຟື້ນ​ຟູ​​ໃນ​ໄລ​ຍະ​ພາຍຫຼັງ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ວັນທີ 3 ສິງຫາ, ສະຫະພາບເອີຣົບ (ອີຢູ) ໄດ້ເລີ່ມເບີກຈ່າຍບ້ວງເງິນທຳອິດໃນບ້ວງເງິນຟື້ນຟູໃນໄລຍະພາຍຫຼັງໂລກລະບາດໂຄວິດ - 19 ລວມມູນຄ່າ 800 ຕື້ ເອີໂຣ ໃຫ້ບັນດາປະເທດສະມາຊິກ. 
ອີ​ຢູ ເລີ່ມ​ເບີກ​ຈ່າຍ​ບ້ວງ​ເງິນ​ຟື້ນ​ຟູ​​ໃນ​ໄລ​ຍະ​ພາຍຫຼັງ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ສຳນັກງານຄະນະກຳມະການເອີຣົບ ຢູ່ ບຣຸກແຊນ, ແບນຊິກ (ພາບ: AFP/TTXVN)

ຕາມນັ້ນແລ້ວ, ແບນຊິກໄດ້ຮັບ 770 ລ້ານ ເອີໂຣ, ລຸກຊຳບວກ 12,1 ລ້ານ ເອີໂຣ ແລະ ປອກຕຸຍການ 2,2 ຕື້ ເອີໂຣ.

ບັນດາບ້ວງເງິນດັ່ງກ່າວ ແມ່ນເພື່ອແນໃສ່ໜູນຊ່ວຍວຽກງານປະຕິຮູບ ແລະ ການລົງທຶນທີ່ຈຳເປັນຢູ່ບັນດາປະເທດສະມາຊິກ ອີຢູ ພາຍຫຼັງໂລກລະບາດໂຄວິດ - 19. ປັດຈຸບັນ, 25 ໃນຈໍານວນ 27 ປະເທດ ສະມາຊິກ ອີຢູ ໄດ້ຍື່ນສະເໜີແຜນການໃຊ້ຈ່າຍ, ໃນນັ້ນ ມີ 16 ແຜນການໄດ້ຮັບການອະນຸມັດຜ່ານ. ບຸນກາຣີ ແລະ ໂຮນລັງ ແມ່ນສອງປະເທດທີ່ຍັງບໍ່ທັນໄດ້ຍື່ນສະເໜີເອກະສານດັ່ງກ່າວເທື່ອ ແລະ ກຳນົດເວລາສຸດທ້າຍເພື່ອຍື່ນແຜນການດັ່ງກ່າວແມ່ນກາງປີ 2022.


ຕອບກັບ

ຂ່າວ/ບົດ​ອື່ນ