ອີ​ຢູ ເຫັນ​ດີ​ຕໍ່​ບັນ​ດາຫຼັກ​ການ​ລວມ​ກ່ຽວ​ກັບ​ການ​ທ່ອງ​ທ່ຽວ​ພາຍ​ໃນ​ກຸ່ມ

(VOVWORLD) -   ວັນທີ 9 ຕຸລາ, ບັນດາປະເທດສະມາຊິກຂອງ ສະຫະພາບເອີຣົບ (ອີຢູ) ໄດ້ເຫັນດີເປັນເອກະພາບກ່ຽວກັບແບບວິທີກຳນົດບັນດາສະຖານທີ່ທ່ອງທ່ຽວປອດໄພ ໃນເອີຣົບ, ດ້ວຍຈຸດປະສົງ ຈະເຫັນດີເປັນເອກະພາບຕໍ່ບັນດາຫຼັກການກ່ຽວກັບການຈຳກັດໄປມາ ເຊິ່ງປັດຈຸບັນບັນ ຍັງມຈຸດທີ່ແຕກຕ່າງກັນລະຫວ່າງບັນດາປະເທດສະມາຊິກ ຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ - 19.
ອີ​ຢູ ເຫັນ​ດີ​ຕໍ່​ບັນ​ດາຫຼັກ​ການ​ລວມ​ກ່ຽວ​ກັບ​ການ​ທ່ອງ​ທ່ຽວ​ພາຍ​ໃນ​ກຸ່ມ - ảnh 1 ສວນສາທາລະນະ Disneyland ຢູ່ນະຄອນຫຼວງ ປາຣີ, ຝລັ່ງ (ພາບ:  AFP/TTXVN)

ບັນດາຄະນະຜູ້ແທນທີ່ມາຈາກ 27 ປະເທດສະມາຊິກ ໄດ້ຕົກລົງເຫັນດີຕໍ່ບັນຊີຂໍ້ສະເໜີແນະ. ເຖິງຢ່າງໃດກໍ່ຕາມ, ບັນດາຂໍ້ສະເໜີແນະເຫຼົ່ານັ້ນ ບໍ່ມີລັກສະນະບັງຄັບ ແລະ ບັນດາປະເທດສະມາຊິກມີສິດເລືອກເຟັ້ນວ່າ ຈະປະຕິບັດຕາມບັນດາຂໍ້ສະເໜີແນະນັ້ນຫຼືບໍ. ມາດຕະການໃໝ່ເຫຼົ່ານັ້ນ ໄດ້ຮັບການສະໜັບສະໜູນຈາກປະເທດສະມາຊິກສ່ວນຫຼາຍ ໃນສະພາບການທີ່ ເອີີຣົບ ພວມຮັບມືກັບການລະບາດຮອບທີ 2 ຂອງໂລກລະບາດໂຄວິດ - 19, ດ້ວຍຈຳນວນກໍລະນີຕິດເຊື້ອໃໝ່ຢູ່ຫຼາຍປະເທດ ອີຢູ ໄດ້ເພີ່ມຂຶ້ນຢູ່ໃນລະດັບເຕືອນໄພ.


ຕອບກັບ

ຂ່າວ/ບົດ​ອື່ນ