ອີຢູ ເຫັນດີຫ້າມນຳເຂົ້ານ້ຳມັນຈາກ ລັດເຊຍ ປະລິມານກວ່າ 2/3

(VOVWORLD) -ທ່ານປະທານສະພາເອີລົບ Charles Michel ໃຫ້ຮູ້ວ່າ ນີ້ແມ່ນຂໍ້ຕົກລົງເພື່ອສ້າງຄວາມກົດດັນຢ່າງສຸດຂີດຕໍ່ ລັດເຊຍ ແລະ ເພື່ອຫຼຸດຜ່ອນແຫຼ່ງການເງິນຂະໜາດໃຫຍ່ ຂອງ ລັດເຊຍ.
ອີຢູ ເຫັນດີຫ້າມນຳເຂົ້ານ້ຳມັນຈາກ ລັດເຊຍ ປະລິມານກວ່າ 2/3  - ảnh 1(ພາບປະກອບ: Reuters)

ວັນທີ 30 ພຶດສະພາ, ບັນດາການນຳ ອີຢູ ໄດ້ສະໜັບສະໜູນການຫ້າມນຳເຂົ້ານ້ຳມັນຈາກ ລັດເຊຍ ປະລິມານກວ່າ 2/3 ໃນຂໍ້ຕົກລົງທີ່ມີການປະນິປະນອມກັບ ຮຸງກາຣີ ເພື່ອຄັດຄ້ານ ມົດສະກູ ຍ້ອນໄດ້ດຳເນີນບັ້ນຮົບການທະຫານພິເສດຢູ່ ຢູແກຼນ. ທ່ານປະທານສະພາເອີລົບ Charles Michel ໃຫ້ຮູ້ວ່າ ນີ້ແມ່ນຂໍ້ຕົກລົງເພື່ອສ້າງຄວາມກົດດັນຢ່າງສຸດຂີດຕໍ່ ລັດເຊຍ ແລະ ເພື່ອຫຼຸດຜ່ອນແຫຼ່ງການເງິນຂະໜາດໃຫຍ່ ຂອງ ລັດເຊຍ. ທ່ານ Charles Michel ໃຫ້ຮູ້ຕື່ມອີກວ່າ ບັນດາການນຳ ອີຢູ ກໍ່ເຫັນດີປັດເຂ່ຍທະນາຄານໃຫຍ່ສຸດຂອງ ລັດເຊຍ ເຊິ່ງແມ່ນ Sberbank ອອກຈາກລະບົບຊຳລະສາກົນ SWIFT ແລະ ຫ້າມຊ່ອງໂທລະພາບແຫ່ງລັດ ລັດເຊຍ 3 ແຫ່ງຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ