ອີຢູ ແບ່ງແຍກກ່ຽວກັບບັນຫາປ່ຽນແປງສົນທິສັນຍາຂອງກຸ່ມ

(VOVWORLD) -ພົນລະເມືອງຂອງສະຫະພາບເອີລົບ (ອີຢູ) ປາດຖະໜາວ່າ ກຸ່ມນີ້ຈະມີຄວາມຍຸຕິທຳກວ່າ, ສາມັກຄີກວ່າ ແລະ ນຳໜ້າໃນບັ້ນຕ້ານການປ່ຽນແປງຂອງດິນຟ້າອາກາດ
ອີຢູ ແບ່ງແຍກກ່ຽວກັບບັນຫາປ່ຽນແປງສົນທິສັນຍາຂອງກຸ່ມ - ảnh 1(ພາບປະກອບ: AFP/TTXVN)

ໃນບົດລາຍງານຫວ່າງມໍ່ໆມານີ້ໄດ້ຊີ້ໃຫ້ເຫັນວ່າ ພົນລະເມືອງຂອງສະຫະພາບເອີລົບ (ອີຢູ) ປາດຖະໜາວ່າ ກຸ່ມນີ້ຈະມີຄວາມຍຸຕິທຳກວ່າ, ສາມັກຄີກວ່າ ແລະ ນຳໜ້າໃນບັ້ນຕ້ານການປ່ຽນແປງຂອງດິນຟ້າອາກາດ, ພ້ອມທັງຍົກອອກບັນດາຂໍ້ຕົກລົງຢ່າງໄວກວ່າ ນັບທັງເມື່ອບັນດາຂໍ້ຕົກລົງນັ້ນໄດ້ປັດເຂ່ຍຫຼັກການເຫັນດີເຫັນພ້ອມຢ່າງເດັດຂາດໃນບາງບັນຫາ. ບົດລາຍງານດັ່ງກ່າວແມ່ນໝາກຜົນ 1 ປີທາບທາມຄວາມເຫັນຂອງພົນລະເມືອງຂອງ ອີຢູ ນັບຮ້ອຍຄົນ ໃນຂອບເຂດ “ກອງປະຊຸມອະນາຄົດຂອງ ເອີລົບ”. ລັດຖະສະພາເອີລົບ (EP), ລັດຖະບານບັນດາປະເທດ ອີຢູ ແລະ ຄະນະກຳມະການເອີລົບ (EC) ຈະພິຈາລະນາຂໍ້ສະເໜີແນະ 49 ຂໍ້. ບັນດາຂໍ້ສະເໜີແນະນັ້ນສຸມໃສ່ 9 ບັນຫາລວມມີ: ການປ່ຽນແປງຂອງດິນຟ້າອາກາດ ແລະ ສິ່ງແວດລ້ອມ, ເສດຖະກິດ, ການອົບພະຍົບ, ການຫັນເປັນດີຈີຕອນ, ການສຶກສາ, ສາທາລະນະສຸກ, ທີ່ຕັ້ງຂອງ ອີຢູ ໃນໂລກ…

ຕອບກັບ

ຂ່າວ/ບົດ​ອື່ນ