ອີຢູ ແລະ 14 ປະເທດລົງນາມໃນຖະແຫຼງການຮ່ວມຮຽກຮ້ອງການຈຳໜ່າຍວັກຊິນປ້ອງກັນໂຄວິດ-19 ແບບຍຸຕິທຳ

(VOVWORLD) - ວັນທີ 21 ກັນຍາ, ສະຫະພາບ ເອີຣົບ (ອີຢູ) ແລະ 14 ປະເທດອື່ນໄດ້ອອກຖະແຫຼງການຮ່ວມ ຮຽກຮ້ອງໃຫ້ມີການຈຳໜ່າຍວັກຊິນປ້ອງກັນເຊື້ອໂຄວິດ-19 ໃນທົ່ວໂລກຢ່າງ “ຄົບຖ້ວນ ແລະ ຍຸຕິທຳ”.
ອີຢູ ແລະ 14 ປະເທດລົງນາມໃນຖະແຫຼງການຮ່ວມຮຽກຮ້ອງການຈຳໜ່າຍວັກຊິນປ້ອງກັນໂຄວິດ-19 ແບບຍຸຕິທຳ - ảnh 1 (ພາບປະກອບ/Yonhap)

ຖະແຫຼງການເນັ້ນໜັກວ່າ: ເພື່ອນມິດຂອງ COVAX (ຂໍ້ລິເລີ່ມສະດວກໃນການສຳຜັດກັບວັກຊິນປ້ອງກັນໂຄວິດ-19 ໃນທົ່ວໂລກ) ສະໜັບສະໜູນຢ່າງແຮງຕໍ່ເລື່ອງບັນດາປະເທດຮ່ວມມືໃນບັນດາການຄົ້ນຄວ້າ ແລະ ຜະລິດວັກຊິນ, ກໍ່ຄືສະໜັບສະໜູນຈຸດປະສົງຮັບປະກັນໃຫ້ປະຊາຊົນໃນທົ່ວໂລກ ສາມາດສຳຜັດກັບວັກຊິນກັນໂຄວິດ-19 ຢ່າງຄົບຖ້ວນ, ຍຸຕິທຳ ແລະ ສະເໝີພາບ. ຖະແຫຼງການ ກໍ່ຮຽກຮ້ອງໃຫ້ບັນດາປະເທດອື່ນໆ ເຂົ້າຮ່ວມຂໍ້ລິເລີ່ມດັ່ງກ່າວ.

        ອີຢູ ແລະ 14 ປະເທດ, ໃນນັ້ນມີ ສ.ເກົາຫຼີ, ອົດສະຕາລີ, ການາດາ, ສິງກະໂປ, ສະວິດ ໄດ້ສ້າງຕັ້ງກຸ່ມທີ່ປຶກສາ “ບັນດາເພື່ອນມິດ” ແນໃສ່ສ້າງຄວາມສະດວກໃຫ້ແກ່ການຜັນຂະຫຍາຍ COVAX ຄືດັ່ງພື້ນຖານຫລາຍຝ່າຍ. ໜຶ່ງໃນບັນດາເປົ້າໝາຍຫຼັກແຫຼ່ງຂອງ COVAX ນັ້ນແມ່ນຈຳໜ່າຍວັກຊິນປ້ອງກັນເຊື້ອໂຄວິດ-19  2 ຕື້ຊຸດ (ໂດສ) ຢ່າງປອດໄພ ແລະ ມີປະສິດທິຜົນໃນປີ 2021.

ຕອບກັບ

ຂ່າວ/ບົດ​ອື່ນ