ອີຢູ ແລະ ຫລາຍປະເທດຢືນຢັນວ່າ ບໍ່ຮັບຮູ້ອະທິປະໄຕຂອງ ອິດສະລາແອັນ ສຳລັບເຂດພູພຽງ Golan

(VOVWORLD) - ວັນທີ 22 ມີນາ, ສະຫະພາບ ເອີຣົບ (ອີຢູ) ໄດ້ຢືນຢັນຫຼັກໝັ້ນບໍ່ຮັບຮູ້ອະທິປະໄຕຂອງ ອິດສະລາແອັນ ສຳລັບເຂດພູພຽງ Golan. 

ຖະແຫຼງການຂອງ ອີຢູ ໄດ້ຍົກອອກມາ ພາຍຫລັງທ່ານປະທານາທິບໍດີ ອາເມລິກາ Donald Trump ຮຽກຮ້ອງໃຫ້ຮັບຮູ້ອະທິປະໄຕຂອງ ອິດສະລາແອັນ ສຳລັບເຂດພູພຽງ Golan ຢ່າງຄົບຖ້ວນ. ຈາກ Berlin (ເຢຍລະມັນ), ເມື່ອຖືກຖາມກ່ຽວກັບຄຳຮຽກຮ້ອງດັ່ງກ່າວຂອງທ່ານປະທານາທິບໍດີ ອາເມລິກາ, ທ່ານ Ulrike Memmer ໂຄສົກລັດຖະບານ ເຢຍລະມັນ ຖະແຫຼງວ່າ ເຂດພູພຽງ Golan ແມ່ນແດນດິນຂອງ ຊີຣີ ໂດຍ ອິດສະລາແອັນ ຢຶດຄອງ. ລັດຖະບານ ເຢຍລະມັນ ຄັດຄ້ານບັນດາບາດກ້າວເດີນພຽງລຳພັງຝ່າຍດຽວ. ໃນຂະນະນັ້ນ, ປະເທດພັນທະມິດຂອງ ຊີຣີ ແມ່ນ ອີຣານ ກໍ່ຕຳໜິຕິຕຽນຄຳຮຽກຮ້ອງຂອງທ່ານປະທານາທິບໍດີ Trump. ສ່ວນ ອີຢິບ ກໍ່ອອກຖະແຫຼງການຢືນຢັນວ່າ ປະເທດນີ້ ຮັບຮູ້ເຂດພູພຽງ Golan ແມ່ນດິນແດນຂອງ ຊີຣີ, ພ້ອມທັງ ຄັດຄ້ານຄຳຮຽກຮ້ອງຂອງປະທານາທິບໍດີ ອາເມລິກາ ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ