ອີຢູ ແລະ ຫວຽດນາມມານະພະຍາຍາມເຈລະຈາເພື່ອສາມາດລົງນາມ FTA ໃນກາງປີນີ້

ອີຢູ ແລະ ຫວຽດນາມມານະພະຍາຍາມເຈລະຈາເພື່ອສາມາດລົງນາມ FTA ໃນກາງປີນີ້ - ảnh 1

(vovworld) - ພັນທະ​ພາບ​ເອີ​ລົບ (ອີ​ຢູ) ​ແລະ ຫວຽດນາມ ​ມານະ​ພະຍາຍາມ​ເຈລະຈາ​ເພື່ອ​ສາມາດລົງ​ນາມ​ FTA ​ໃນ​ກາງ​ປີ​ນີ້. ນີ້​ແມ່ນ​ເນື້ອ​ໃນ​ໂດຍ​ທ່ານ​ສະມາຊິກ​ລັດຖະສະພາ Bernd Lange, ປະທານກຳມາ​ທິການ​ການ​ຄ້າ​ສາກົນ, ສັງກັດລັດຖະສະພາ​​ເອີ​ລົບ, ຍົກ​ອອກ​ທີ່​ການ​ພົບ​ປະ​ກັບ​ສື່​ມວນ​ຊົນ ​ເພື່ອ​ແບ່ງປັນ​ບັນດາ​ຂໍ້​ມູນ​ກ່ຽວ​ກັບ​ຮອບ​ເຈລະຈາ​ຂອງ​ສັນຍາ​ການ​ຄ້າ​ເສລີ​ລະຫວ່າງສະຫະພາບ​ເອີ​ລົບ - ຫວຽດນາມ ທີ່​ຈັດ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 8/4 ຢູ່​ຮ່າ​ໂນ້ຍ. ທ່ານ​ໃຫ້​ຮູ້​ວ່າ, ພາຍຫຼັງ​ຮອບ​ເຈລະຈາ​ຕ່າງໆ ​ ສະຫະພາບ​ເອີ​ລົບ - ຫວຽດນາມ ​ໄດ້​ເປັນ​ເອກະ​ພາບ ​ແລະ ຮັບຮອງ​ເອົາຫຼາຍ​ບັນຫາ​ສຳຄັນ. ທ່ານ​ສະມາຊິກ​ລັດຖະສະພາ Bernd Lange ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ:

        “​ເມື່ອ FTA ​ໄດ້​ຮັບ​ການ​ຮັບຮອງ​ເອົາ, ຂົງ​ເຂດ​ທີ່​ມີ​ປະ​ໂຫຍ​ດ​ໃຫ້​​ແກ່ຫວຽດນາມ​ ນັ້ນ​ແມ່ນ​​ເຄື່ອງ​ຕັດຫຍິບ ​ແລະ ​ເກີບ​ໜັງ. ພິ​ເສດ​ເມື່ອ​ສົ່ງ​ອອກ​ຜະລິດ​ຕະພັນ​ກະ​ເສດ​ໄປ​ຍັງ​ຕະຫຼາດ​ເອີ​ລົບ​ແມ່ນ​ມີ​ປະ​ໂຫຍ​ດທີ່​ສຸດ. ສ່ວນ​ເຄື່ອງ​ຈັກ, ລົດຈັກ, ​ໂອ​ໂຕ​ແມ່ນ​ມີ​ປະ​ໂຫຍ​ດ​ໃຫ້​ເອີ​ລົບ​ເມື່ອ​ສົ່ງ​ອອກ​ເຂົ້າ​ຕະຫຼາດ​ຫວຽດນາມ. ສຳລັບ​ທັງ​ສອງ​ຝ່າຍ, ການ​ລົງທຶນ​ແມ່ນ​ຂົງ​ເຂດ​ສຳຄັນ​ທີ່​ສຸດ, ​ແມ່ນ​ກຳລັງ​ໜູນ​ຊຸກຍູ້​ການພັດທະນາ​ໃຫ້​ທັງ​ຫວຽດນາມ ​ແລະ ອີ​ຢູ. ​ແລະ ບັນຫາ​ກ່ຽວຂ້ອງ​ເຖິງ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ກໍ່​ແມ່ນ​ບັນຫາ​ທີ່​ສອງ​ປະ​ເທດ​ເອົາ​ໃຈ​ໃສ່​ທີ່​ສຸດ, ດັ່ງ​ນັ້ນ​​ເມື່ອ FTA ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ມັນ​ຈະ​ປະກອບສ່ວນແກ້​ໄຂ​ບັນຫາ​ນີ້​ໄດ້“.

 

ຂ່າວ/ບົດ​ອື່ນ