ອີຢູ ແລະ ອັງກິດ ກ້າວເຂົ້າສູ່ຮອບເຈລະຈາສຸດທ້າຍທີ່ເຕັມໄປດ້ວຍຄວາມເຄັ່ງຕຶງ

(VOVWORLD) -  ວັນທີ 29 ກັນຍາ, ສະຫະພາບເອີຣົບ (ອີຢູ) ແລະ ອັງກິດ ຈະເລີ່ມຕົ້ນຮອບເຈລະຈາເທື່ອທີ 9 ແລະ ກໍ່ແມ່ນຮອບສຸດທ້າຍ, ຄາດວ່າ ຈະເຫັນດີເປັນເອກະພາບກ່ຽວກັບການພົວພັນ 2 ຝ່າຍ ພາຍຫລັງອັງກິດ ຖອນຕົວອອກຈາກ ອີຢູ (Brexit).
ອີຢູ ແລະ ອັງກິດ ກ້າວເຂົ້າສູ່ຮອບເຈລະຈາສຸດທ້າຍທີ່ເຕັມໄປດ້ວຍຄວາມເຄັ່ງຕຶງ - ảnh 1ທ່ານຫົວໜ້າຄະນະເຈລະຈາ ອີຢູ Michel Barnier  (ຊ້າຍ) ແລະ ຄູ່ຕຳແໜ່ງ ອັງກິດ David Frost (ຂວາ). (ພາບ: getty images/TTXVN)

  ກອງປະຊຸມເຈລະຈາຈະດຳເນີນໃນເວລາ 4 ວັນ ເຊິ່ງສຸມໃສ່ເຂົ້າໃນບັນດາສິ່ງຕິດຂັດຕົ້ນຕໍທີ່ຍັງຄົງຄ້າງຄື ການແກ່ງແຍ້ງຍຸຕິທຳ ຫຼື ການຫາປາ. 2 ຝ່າຍກໍ່ປຶກສາຫາລືກ່ຽວກັບບັນດາບັນຫາອື່ນໆ ຄືດ້ານການຄ້າສິນຄ້າ ແລະ ການບໍລິການ, ກຳລັງຄວາມສາມາດ ແລະ ການຮ່ວມມືດ້ານຕຸລາການ.

        ທັງ 2 ຝ່າຍກໍ່ຖະແຫຼງວ່າ ພວມມຸ່ງໄປເຖິງເປົ້າໝາຍໜຶ່ງດຽວ, ນັ້ນແມ່ນ ບັນລຸໄດ້ຂໍ້ຕົກລົງໃນທ້າຍເດືອນ ຕຸລາ ເພື່ອອະນຸຍາດວິວັດທະນາການໃຫ້ສັດຕະຍາບັນຂອງສະພາແຫ່ງຊາດໄດ້ດຳເນີນ, ທັງຢູ່ ອີຢູ ກໍ່ຄືຢູ່ ອັງກິດ. ເປົ້າໝາຍຂອງການເຈລະຈາ ແມ່ນບັນລຸໄດ້ຂໍ້ຕົກລົງເຊິ່ງມີຜົນສັກສິດໃນວັນທີ 01 ມັງກອນ 2021, ເມື່ອໄລຍະປ່ຽນຜ່ານສິ້ນສຸດລົງ. ຫລັງຈາກນັ້ນ, ລາຊະອານາຈັກ ອັງກິດ ຈະຖອນຕົວອອກຈາກລະບອບລະບຽບການຂອງ ອີຢູ ຕະຫລອດການ ເພື່ອກາຍເປັນປະເທດທີ 3.

ຕອບກັບ

ຂ່າວ/ບົດ​ອື່ນ