ອີຢູ ແລະ ອັງກິດ ດຳເນີນຮອບເຈລະຈາຄັ້ງທີ 7 ກ່ຽວກັບຂໍ້ຕົກລົງຫລັງ Brexit

(VOVWORLD) - 2 ຄະນະເຈລະຈາຂອງສະຫະພາບ ເອີຣົບ (ອີຢູ) ແລະ ອັງກິດ ໄດ້ພົບປະກັນໃນວັນທີ 18 ສິງຫາ ຢູ່ ບຣຸກແຊນ (ປະເທດ ແບນຊິກ) ເພື່ອເລີ່ມດຳເນີນຮອບເຈລະຈາຄັ້ງທີ 7 ກ່ຽວກັບຂໍ້ຕົກລົງຫລັງ Brexit ໃນສະພາບການກຳນົດເວລາບັນລຸໄດ້ຂໍ້ຕົກລົງໃກ້ຈະໝົດ, ແຕ່ບັນດາການເຈລະຈາຍັງຕົກເຂົ້າສູ່ສະພາບຈົນຕາແຈ.
ອີຢູ ແລະ ອັງກິດ ດຳເນີນຮອບເຈລະຈາຄັ້ງທີ 7 ກ່ຽວກັບຂໍ້ຕົກລົງຫລັງ Brexit - ảnh 1ອີຢູ ແລະ ອັງກິດ ດຳເນີນຮອບເຈລະຈາຄັ້ງທີ 7 ກ່ຽວກັບຂໍ້ຕົກລົງຫລັງ Brexit (ພາບ: Daily Express)

ຮອບເຈລະຈາຄັ້ງທີ 7 ດຳເນີນໃນລະຫວ່າງວັນທີ 18 – 21 ສິງຫາ, ໄດ້ຮັບຖືວ່າ ແມ່ນຮອບເຈລະຈາເກືອບສຸດທ້າຍ ຍ້ອນວ່າ 2 ຝ່າຍເຄີຍວາງອອກເປົ້າໝາຍວ່າ ຕ້ອງບັນລຸໄດ້ຂໍ້ຕົກລົງຢ່າງຊ້າສຸດແມ່ນໃນເດືອນ ຕຸລາ 2020 ເພື່ອໃຫ້ລັດຖະສະພາ 2 ຝ່າຍຮັບຮອງເອົາກ່ອນທ້າຍປີນີ້ຢ່າງທັນການ. ຕອນບ່າຍວັນທີ 17 ສິງຫາ, ໂຄສົກຂອງທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ໃຫ້ຮູ້ວ່າ: ຝ່າຍ ອັງກິດ ຍັງເຊື່ອໝັ້ນວ່າ 2 ຝ່າຍອາດຈະບັນລຸໄດ້ຂໍ້ຕົກລົງໃນເດືອນ ກັນຍາ ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ