ອີຢູ ແລະ ອັງກິດ ສືບຕໍ່ຍົກອອກບັນດາຄຳໝັ້ນສັນຍາອຸປະຖຳໃຫ້ແກ່ອາບການິດສະຖານຢ່າງແຮງ

(VOVWORLD) -ສະຫະພາບເອີລົບ (ອີຢູ) ຮັກສາຄຳໝັ້ນສັນຍາໜູນຊ່ວຍໃຫ້ອາບການິດສະຖານ 1,43 ຕື້ USD.
ອີຢູ ແລະ ອັງກິດ ສືບຕໍ່ຍົກອອກບັນດາຄຳໝັ້ນສັນຍາອຸປະຖຳໃຫ້ແກ່ອາບການິດສະຖານຢ່າງແຮງ - ảnh 1 (ພາບປະກອບ: Reuters)

ວັນທີ 24 ພະຈິກ, ກ່າວຄຳເຫັນທີ່ກອງປະຊຸມທາງອອນລາຍກັບບັນດານັກອຸປະຖຳສາກົນທີ່ສະຫງວນໃຫ້ ອາບການິດສະຖານ ເຊິ່ງດຳເນີນຢູ່ເຊີແນວ, ປະເທດສະວິດ, ທ່ານ Jutta Urpilainen, ກຳມະການເອີລົບ ທັງຮັບຜິດຊອບບັນດາການພົວພັນຄູ່ຮ່ວມມືສາກົນ ໄດ້ແຈ້ງໃຫ້ຊາບວ່າ, ສະຫະພາບເອີລົບ (ອີຢູ) ຮັກສາຄຳໝັ້ນສັນຍາໜູນຊ່ວຍໃຫ້ອາບການິດສະຖານ 1,43 ຕື້ USD. ທ່ານ Josep Borrell, ຕາງໜ້າຂັ້ນສູງອີຢູ ຜູ້ຮັບຜິດຊອບນະໂຍບາຍຄວາມໝັ້ນຄົງ ແລະ ການຕ່າງປະເທດ ກໍ່ໄດ້ຮຽກຮ້ອງໃຫ້ມີຄຳສັ່ງຢຸດຍິງຢູ່ອາບການິດສະຖານ ໂດຍທັນທີ ແລະ ໃຫ້ຮູ້ວ່າ, ບໍ່ວ່າການກະທຳສ້າງຕັ້ງສະຫະລັດນ້ອຍອິດສະລາມ ອາບການິດສະຖານ ໃດກໍ່ສົ່ງຜົນສະທ້ອນເຖິງການສະໜັບສະໜູນຂອງກຸ່ມ. ໃນຂະນະນັ້ນ, ລັດຖະບານອັງກິດ ກໍ່ໃຫ້ຄຳໝັ້ນສັນຍາຈະອຸປະຖຳທີ່ມີມູນຄ່າ 227 ລ້ານ USD ໃນແຕ່ລະປີໃຫ້ແກ່ປະເທດນີ້.

        ໃນບົດກ່າວປາໄສຂອງຕົນ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ກໍ່ຮຽກຮ້ອງຄຳສັ່ງຢຸດຍິງໂດຍບໍ່ມີເງື່ອນໄຂຢູ່ອາບການິດສະຖານ ເພື່ອສ້າງສະພາບແວດລ້ອມທີ່ຕັ້ງໜ້າ, ມີຜົນປະໂຫຍດໃຫ້ແກ່ການເຈລະຈາສັນຕິພາບຢູ່ ໂດຮາ (ປະເທດ ກາຕາ) ລະຫວ່າງລັດຖະບານກັບພວກກະບົດ ຕາລີບານ.

ຕອບກັບ

ຂ່າວ/ບົດ​ອື່ນ