ອີ​ຢູ ແລະ ອິນ​ເດຍ ສໍ​າ​ເລັດ​ຮອບ​ເຈ​ລະ​ຈາ​ກ​ການ​ຄ້າ​ທຳ​ອິດ

(VOVWORLD) -     ຕອນຄ່ຳວັນທີ 2 ກໍລະກົດ, ຢູ່ New Delhi, ອິນເດຍ ແລະ ສະຫະພາບເອີຣົບ (EU) ໄດ້ສຳເລັດການເຈລະຈາຮອບທຳອິດ ພາຍຫຼັງຖືກຢຸດສະງັກເປັນເວລາ 9 ປີ ກ່ຽວກັບຂໍ້ຕົກລົງການຄ້າ ແລະ ການລົງທຶນສອງຝ່າຍ, ລວມທັງຄຳແນະນຳທາງດ້ານພູມີສາດ (GI).
ອີ​ຢູ ແລະ ອິນ​ເດຍ ສໍ​າ​ເລັດ​ຮອບ​ເຈ​ລະ​ຈາ​ກ​ການ​ຄ້າ​ທຳ​ອິດ - ảnh 1ທ່າກ່ຳປັ່ນ Kolkata, ອິນເດຍ (ພາບ: AFP/TTXVN)

ການເຈລະຈາຮອບຕ່າງໆທີ່ດຳເນີນໃນໜຶ່ງອາທິດຜ່ານມາ ແມ່ນໄດ້ຈັດຂຶ້ນຕາມຮູບແບບໂຮມປະຊຸມ ແບບເຊິ່ງໜ້າສົມທົບກັບແບບທາງໄກ. ໃນການເຈລະຈາຮອບນີ້, ສອງຝ່າຍໄດ້ຈັດກອງປະຊຸມວິຊາການທັງໝົດ 52 ວາລະ ກ່ຽວກັບ 18 ຂົງເຂດນະໂຍບາຍທີ່ກ່ຽວຂ້ອງເຖິງສັນຍາການຄ້າເສລີ (FTA) ແລະ 7 ວາລະປະຊຸມກ່ຽວກັບການອາລັກຂາການລົງທຶນ ແລະ ຄຳແນະນຳທາງດ້ານພູມີສາດ.

        ວົງເງິນການຄ້າສອງຝ່າຍລະຫວ່າງ ອິນເດຍ ແລະ ອີຢູ ບັນລຸ 116,36 ຕື້ USD ໃນໄລຍະ 2021 – 2022. ອີຢູ ແມ່ນຄູ່ຮ່ວມມືສຳຄັນອັນດັບສອງຂອງ ອິນເດຍ, ເຊິ່ງຖັດມາຈາກ ອາເມລິກາ ແລະ ແມ່ນຕະຫຼາດທີສອງຂອງບັນດາຜະລິດຕະພັນສົ່ງອອກຂອງ ອິນເດຍ. ຄາດວ່າ, ການເຈລະຈາຮອບທີ 2 ຈະຈັດຂຶ້ນໃນເດືອນ ກັນຍາ 2022 ຢູ່ ບຣຸກແຊນ, ປະເທດ ແບນຊິກ.

 


ຕອບກັບ

ຂ່າວ/ບົດ​ອື່ນ